ງານໂຮມຊຸມນຸມສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງ ໂຮງຮຽນ ເລຢວນ

ງານໂຮມຊຸມນຸມສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງ ໂຮງຮຽນ ເລຢວນ - ảnh 1
ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ​ໄດ້​ມອບ​ຫຼຽນ​ໄຊ​ເອກະລາດຊັ້ນ 3 ​ໃຫ້​ແກ່​ໂຮງຮຽນ ​ເລ​ຢວນ
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 18/5, ຢູ່​ຮ່າ​ໂນ້ຍ, ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິ​ນ ນະຄອນ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ໂຮງຮຽນ ​ເລ​ຢວນ ​ແລະ ຕ້ອນຮັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 3. ຜ່ານ 30 ປີ​ແຫ່ງ​ການ​ສ້າງຕັ້ງ ​ແລະ ພັດທະນາ, ​ໂຮງຮຽນ ​ເລ​ຢວນ ​ໄດ້​ກາຍ​ເປັນ​ບ່ອນ​ເຕົ້າ​ໂຮມ, ຮຳ່ຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ, ພັດທະນາ ​ແລະ ຍາມ​ໃດ​ກໍ່​ໄດ້​ເຕື້ອງ​ເຖິງ​ດ້ວຍ​ນ້ຳ​ໃຈ​ຮັກ​ເພງ ​ແລະ ນັບຖື​ຂອງ​ຜູ້​ຮັບ​ຜິດ​ຊອບ​ຄະນະ​ຊາວ​ໜຸ່ມ ​ແລະ ​ເຍົາວະ​ຊົນ, ອະນຸຊົນ​ນະຄອນຫຼວງ​ລຸ້ນຕ່າງ​ໆ. ​ໂຮງຮຽນ ​ໄດ້​ບຳລຸງ​ສ້າງ, ຝຶກ​ອົບຮົມ​ຄະນະ​ບັນຊາ​​ກອງ​ເຍົາວະ​ຊົນ 150 ຊຸດ, ຄະນະ​ບັນຊາ​ກອງ​ເຍົາວະ​ຊົນປະສົມ 60 ຊຸດ, ຄູ​ອາ​ຈານ - ຫົວໜ້າ​ຮັບຜິດຊອບ​ກອງ ​ເຍົາວະ​ຊົນ 17 ຊຸດ, ວິຊາ​ສະ​ເພາະ​ໃຫ້​ບັນດາ​ເປົ້າ​ໝາ​ຍຮັບຜິດຊອບ​ເຍົາວະ​ຊົນ​ທັງ​ພາຍ​ໃນ ​ແລະ ນອກ​ໂຮງຮຽນ 120 ຫ້ອງ. ດ້ວຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ​ໂຮງຮຽນ​ໄດ້​ຮັບ​ລາງວັນ​ອັນ​ສູງ​ສົ່ງ​ເຊິ່ງພັກ, ລັດ ມອບ​ໝາຍ​ໃຫ້. ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ, ຕາງ​ໜ້າ​ໃຫ້​ພັກ, ລັດ, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ​ໄດ້​ມອບ​ຫຼຽນ​ໄຊ​ເອກະລາດຊັ້ນ 3 ​ໃຫ້​ແກ່​ໂຮງຮຽນ ​ເລ​ຢວນ.

ຂ່າວ/ບົດ​ອື່ນ