ງານໂຮມຊຸມນຸມສະເຫຼີມສະຫຼອງ1ປີແຫ່ງວັນແຫຼມCrimeaໂຮມເຂົ້າລັດເຊຍ

ງານໂຮມຊຸມນຸມສະເຫຼີມສະຫຼອງ1ປີແຫ່ງວັນແຫຼມCrimeaໂຮມເຂົ້າລັດເຊຍ - ảnh 1
ປະ​ຊາ​ຊົນ ລັດ​ເຊຍ ແລະ ຮູບ​ຂອງ​ປະ​ທານ​າ​ທິ​ບໍ​ດີ ລັດ​ເຊຍ Putin ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ Crimea
 (ພາບ: Reuters)

(vovworld) - ວັນ​ທີ 18/3, ກາຍ​ເປັນ​ວັນ​ບຸນ​ໃຫຍ່​ຂອງ​ປະ​ຊາ​ຊົນ ລັ​ດ​ເຊຍ ຢ່າງ​ແທ​້​ຈິງ, ​ເມື່ອໃນ​ທົ່ວ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ສະ​ເຫຼີມ​ສະຫຼອງ Crimea ​ໂຮມ​ເຂົ້າ​ສະ​ຫະ​ພັນ ລັດ​ເຊຍ ຄືນ​ໃໝ່. ພິ​ເສດ, ​ງານ​ໂຮມ​ຊຸມ​ນຸມ - ງານ​ລາ​ຕີ​ປະ​ສານ​ສຽງ​ຂະ​ໜາດ​ໃຫຍ່​ທີ່​ມີ​ຫົວ​ຂໍ້​ວ່າ “ພວກ​ເຮົາ​ຢູ່​​ຮ່ວມກັນ” ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່ນອກວັງ Kremli, ​ໄດ້ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ 110.000 ຄົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ. ປົກ​ຄອງດ​້ວຍ​ຕົນ​ເອ​ງ Crimea Sergei Acsenov ກ່າວ​ຄຳ​ເຫັນ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ ​ຕໍ່​ການ​ສະ​ໜັບ​ສະ​ໜູນ ແລະ ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່ຫຼວງ​ຂອງ​​ອຳ​ນາດ​ການ​ປົກ​ຄອງ, ຂອງ​ປະ​ຊາ​ຊົນ ລັດ​ເຊຍ ​ເພື່ອ​ເຮັດໃຫ້​ແຫຼມ Crimea ມີ​ໂອ​ກາດ​ໄດ້​ “ກັບ​ຄືນ​ສູ່​ລັດ​ເຊຍ”. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ກໍ່​ມີ​ບົດ​ກ່າວ​ປາ​ໄສ​ອວຍ​ພອນ​ປະ​ຊາ​ຊົນ ລັດ​ເຊຍ ທຸກ​ຄົນ ເນື່ອງ​ໃນ​ໂອ​ກາດ​ສ​ະ​ເຫຼີມ​ສະຫຼອງ​ເຫດ​ການ​ສຳ​ຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ ແລະ ສະ​ແດງ​ຄວາມ​ຂອບ​ໃຈ​ເຖິງ​ປະ​ຊາ​ຊົນ ລັດ​ເຊຍ ທັງ​ໝົດ​ທີ່​ໄດ້​ສ​ະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ Crimea ແລະ Sevastopol ເພື່ອ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ສານ. ເມື່ອ​ເວົ້າ​ເຖິງ​ການ​ພົວ​ພັນລັດ​ເຊຍ - ຢູ​ແກຼນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ສະ​ແດງ​ຄວາມ​ຫວັງ​ວ່າ: ຄວາມບໍ່​​ເຂົ້າ​ໃຈ​ກັນ ແລະ ບັນ​ດາ​ບັນ​ຫາ​ສຳ​ຄັນໃນ​ການ​ພົວ​ພ​ັນ​ລະ​ຫວ່າງ 2 ປະ​ເທດ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ອະ​ນາ​ຄົດ​​ໃກ້ໆ​ນີ້.


ຂ່າວ/ບົດ​ອື່ນ