ງານໂຮມຊຸມນຸມສະເຫຼີມສະຫຼອງ66ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ

ງານໂຮມຊຸມນຸມສະເຫຼີມສະຫຼອງ66ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ - ảnh 1
ພົນ​ຈັດ​ຕະ​ວາ ວິ​ໄລ ຫລ້າ​ຄຳ​ຟອງ

(vovworld) -​ ຕອນ​ເຊົ້າ​ວັນ​ທີ 19/1, ທີ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​​ປ້ອງ​ກັນ​ປະ​ເທດລາວ ​ໄດ້​ຈັດ​ຕັ້ງ​ງາມ​ໂຮມ​ຊຸມນຸມ​ສະ​ເຫຼີ​ມສະຫຼອງ 66 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນລາວ (20/1/1949-20/1/2015) ຢ່າງ​ສົມ​ກຽດ. ​ເຂົ້າ​ຮ່ວມພິທີ​ມີ​ທ່ານພົນ​ໂທ ຈັນ​ສະໝອນ ຈັນຍາ​ລາດ, ກຳມະ ການ​ສູນ​ກາງ​ພັກ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ພ້ອມ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ.

        ​ໂດຍ​ຕາງໜ້າ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ທ່ານພົນ​ຈັດຕະວາ ວິ​ໄລ​ ຫຼ້າຄຳຟອງ, ຜູ້​ປະຈຳການ​ຄະນະພັກ​ກະຊວງ​ປ້ອງ​ກັນ​ປະ​ເທດລາວ, ຫົວໜ້າກົມ​​ໃຫຍ່ການ​ເມືອງ​ກອງທັບ​ປະຊາຊົນ​ລາວ ​ໄດ້​ທົບ​ທວນຄືນ​ມູນ​ເຊື້ອ​ທີ່​ສະຫງ່າ​ລາສີ 66 ປີ​ຂອງກອງທັບ​ປະຊາຊົນ​ລາວ ​ໂດຍ​ທ່ານ​ປະທານ​ໄກສອນ ພົມວິຫານ ຜູ້ຍິ່ງ​ໃຫຍ່​ເປັນ​ຜູ້​ກໍ່​ຕັ້ງ ​ແລະ ຫຼໍ່​ຫຼອມ.

​        ​ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານພົນ​ຈັດຕະວາ ວິ​ໄລ​ ຫຼ້າຄຳ​ຟອງ ​ໄດ້​ທົບ​ທວນຄືນ​ບັນດາອະນຸສອນ​ແຫ່ງ​ສາຍ​ພົວພັນ​ອັນ​ສະໜິດສະໜົມ ​ລະຫວ່າງ ກອງທັບ​ປະຊາຊົນ 2 ປະ​ເທດ ຫວຽດນາມ-ລາວ ຜ່ານ​ບັ້ນ​ຮົບ​​ຕ່າງໆ​ໃນ​ການ​ຕໍ່ຕ້ານກູ​ຊາດ, ພ້ອມ​ທັງ​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ກອງທັບ​ປະຊາຊົນ ຫວຽດນາມ ອ້າ​ຍນ້ອງທີ່​ໄດ້ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ ຊາດ​ໃນ​ເມ່ືອ​ກ່ອນ ​ແລະ ປົກ​ປັກ​ຮັກສາ, ພັດທະນາ​ປະ​ເທດ​ລາວ​ໃນ​ປະຈຸ​ບັນ.

ເທບ​ສຽງ​ທ່ານ  ວິ​ໄລ​ ຫຼ້າຄຳຟອງ
ຂ່າວ/ບົດ​ອື່ນ