ງານໂຮມຊຸມນຸມສະເຫຼີມສະຫຼອງ95ປີແຫ່ງວັນຄ້າຍວັນເກີດປະທານໄກສອນພົມວິຫານ

ງານໂຮມຊຸມນຸມສະເຫຼີມສະຫຼອງ95ປີແຫ່ງວັນຄ້າຍວັນເກີດປະທານໄກສອນພົມວິຫານ - ảnh 1
( ງານໂຮມ​ຊຸມນຸມ​ສະ​ເຫຼີມ​ສະ​ຫຼອງ 95 ປີ​ແຫ່ງ​ວັນ​
ຄ້າຍ​ວັນ​ເກີດ​ຂອງ​ປະທານ ​ໄກສອນ ພົມວິຫານ )

(vovworld) – ຕອນ​ເຊົ້າ​ວັນ​ທີ 13/12, ຢູ່​ແຂວງ ສະຫວັນ​ນະ​ເຂດ, ພາກ​ກາງ​ ລາວ, ດຳ​ເນີນງານໂຮມ​ຊຸມນຸມ​ສະ​ເຫຼີມ​ສະ​ຫຼອງ 95 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ປະທານ ​ໄກສອນ ພົມວິຫານ (13/12/1920 – 13/12/2015) ຢ່າງ​​ສົມ​ກຽດ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ ລາວ, ຮອງ​ນາຍົກ​ລັດຖະມົນຕີ​ແຫ່ງ ສປປ ລາວ; ທ່ານ ຫງວຽນ​ນາມ​ເກື​່ອງ ຫົວໜ້າ​ສະຖານກົງສູນ​ໃຫຍ່ ຫວຽດນາມ ປະຈຳ ພາກ​ກາງ ລາວ ພ້ອມ​ກັບ​ການ​ນຳ​ບັນດາ​ອົງການ​ຈັດ​ຕັ້ງ, ຂະ​ແໜງ​ການ, ​ເມືອງ​ບ້ານ ​ແລະ ປະຊາຊົນໃນ​ແຂວງ​ເປັນ​ຈຳນວນ​ຫລວງຫລາຍ​.

        ​ໃນ​ບົດ​ປາ​ໄສ​ທີ່​ງານ​ໂຮມ​ຊຸມນຸມ​, ທ່ານ ສຸພັນ ​ແກ້ວ​ມີ​ໄຊ ​ເລຂາ​ຄະນະ​ພັກ​ແຂວງ, ​ເຈົ້າ​ແຂວງ ​ແຂວງ​ສະຫວັນ​ນະ​ເຂດ ​ໄດ້​ຫວນ​ຄືນຊີວິດ ​ແລະ ພາລະກິດ​ຂອງ​ປະທານ ​ໄກສອນ ພົມວິຫານ, ຜູ້ນຳທີ່​​ແສນເຄົາລົບຮັກ​ຂອງ​ປະຊາຊົນ ລາວ ບັນດາ​ເຜົ່າ , ຜູ້​ກໍ່ສ້າງ​ພັກ​ປະຊາຊົນ​ປະຕິວັດ ລາວ, ກຳລັງ​ປະກອບ​ອາວຸດ ​ແລະ ລັດ​​ແຫ່ງປະຊາທິປະ​ໄຕ​ປະຊາຊົນ ລາວ.

        ​ແລະ​ກໍ​ໃນ​ຕອນ​ເຊົ້າ​ວັນ​ທີ 13/12, ບັນດາ​ການ​ນຳ​ຂັ້ນສູນ​ກາງ ​ແລະ ຜູ້ຕາງໜ້າ​ຂອງອົງການ​ຕ່າງໆ ​ແລະ ປະຊາຊົນ​ແຂວງ​ເປັນ​ຈຳນວນ​ຫລວງຫລາຍ​ ​ໄດ້ຖະຫວາຍ​ທູບ​ທຽນ​ຢູ່ອະນຸສາວະລີ ປະທານ ​ໄກສອນ ພົມວິຫານ.

        ກ່ອນ​ໜ້າ​ນັ້ນ, ວັນ​ທີ 12/12, ສະຖານທູດ ຫວຽດນາມ ປະຈຳ ລາວ ​ໄດ້​ມາຖະຫວາຍ​ທູບ​ທຽນ​ຢູ່ ອະນຸສາວະ​ລີ ​ໄກສອນ ພົມວິຫານ ​ໃນບໍລິ​ເວນ​ຫໍພິພິທະ​ພັນຢູ່ ນະຄອນຫລວງ ວຽງ​ຈັນ.

ຂ່າວ/ບົດ​ອື່ນ