ງານໂຮມຊຸມນຸມສະເຫຼີມສະຫຼອງວັນສາກົນກ່ຽວກັບຊີວະນາໆພັນ

ງານໂຮມຊຸມນຸມສະເຫຼີມສະຫຼອງວັນສາກົນກ່ຽວກັບຊີວະນາໆພັນ - ảnh 1
ທ່ານ ຫງວຽນ​ເທ໋​ດົ່ງ ກ່າວ​ຄຳ​ເຫັນ​ທີ່​ງານ​ໂຮມ​ຊຸມ​ນຸມ
(ພາບ: vacne.org.vn)

(vovworld) – “ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ແມ່ນ​ຫົວ​ຂໍ້​ຂອງ​ງານ​ໂຮມ​ຊຸມ​ນຸມ​​ສະ​ເຫຼີມ​ສະຫຼອງວັນ​ສາ​ກົນ​ຊີ​ວະ​ນາໆ​ພັນ (22/5) ໂດຍ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ຈັດ​ຕັ້ງ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 22/5, ຢູ່​ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​ທີ່​ງານ​ໂຮມຊຸມ​ນຸມ​, ທ່ານ ຫງວຽນ​ເທ໋​ດົ່ງ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ສິ່ງ​ແວດ​ລ້ອມ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ, ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ ແລະ ປະ​ຕິ​ບັດ​ບັນ​ດາ​ສົນ​ທິ​ສ​ັນ​ຍາ​ສາ​ກົນ​ກ່ຽວ​ກັບ​ກ​ານ​ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ, ບຸ​ລິ​ມະ​ສິດ​ຍູ້​ແຮງວຽກ​ງານ​ອະ​ນຸ​ລັກ​ຮັກ​ສາ​ຊີ​ວະ​ນາໆ​ພັນ. ເມື່ອ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ສ້າງ​ລະ​ບົບ​ກົດ​ໝາຍ​ກ່ຽວ​ກັບ​ຊີ​ວະ​ນາໆ​ພັນ ຫວຽດ​ນາມ, ທ່ານ ຫງວຽ​ນ​ເທ໋​ດົ່ງ, ຖື​ວ່າ:

        “ເພື່ອ​ແນ​ໃສ່​ສືບ​ຕໍ່​ຊຸກ​ຍູ້, ເພີ່ມ​ທະ​ວີ​ວຽກ​ງານ​ອະ​ນຸ​ລັກ​ຮັກ​ສາຊີ​ວະ​ນາໆ​ພັນ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ພວກ​ເຮົາ​ຕ້ອງ​ບຸ​ລິ​ມະ​ສິດ​ສືບ​ຕໍ່​ສ້າງ​ສຳ​ເລັດ​ລະ​ບົບ​ກົດ​ໝາຍ​ກ່ຽວ​ກັບ​ຊີ​ວະ​ນາໆ​ພັນ, ຍູ້​ແຮງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ຊີ​ວະ​ນາໆ​ພັນ, ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາ​ດ​ກ່ຽວ​ກັບ​ຊີ​ວະ​ນາໆ​ພັນ​ຮອດ​ປີ 2020 ແລະ ວິ​ໄສ​ທັດ​ຮອດ​ປີ 2030.”


ຂ່າວ/ບົດ​ອື່ນ