ງານໂຮມຊຸມນຸມສະເຫຼີມສະຫຼອງໄຊຊະນະວັນທີ30/4ຢູ່ລາວ

ງານໂຮມຊຸມນຸມສະເຫຼີມສະຫຼອງໄຊຊະນະວັນທີ30/4ຢູ່ລາວ - ảnh 1
ພາບ​ປະ​ກອ​ບ

(vovworld) – ຕອ​ນ​ເຊົ້າ​ວັນ​ທີ 30/4, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມ​ນຸມ​ສະ​ເຫຼີ​ມ​ສະຫຼອງ 40 ປີ​ແຫ່ງວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດ​ນາມ ຢ່າງ​ສົມ​ບູນ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ (30/4/1975 – 30/4/2015) ຢ່າງ​ສົມ​ກຽດ. ເຂົ້າ​ຮ່ວມ​ງານ​ໂຮມ​ຊຸມ​ນຸມ, ມີ​ທ່ານພົນ​ໂທ ຈັນ​ສະໝອນ ຈັນ​ຍາ​ລາດ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ລາວ ຫງວຽນ​ແມ້ງ​ຮ​ູ່ງ ພ້ອມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ, ຜູ້​ຕາງ​ໜ້າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ເປັນ​ຈຳ​ນວນຫຼ​ວງ​ຫຼາຍ. ໃນ​ບົດ​ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ​ທ່ານພົນ​ໂທ ຈັນ​ສະໝອນ ຈັນ​ຍາ​ລາດ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ, ເນັ້ນ​ໜັກ​ວ່າ: ນີ້​ແມ່ນ​ເຫດ​ການ​ປະ​ຫວັດ​ສາດ, ການ​ເມືອງ ແລະ ສັງ​ຄົມ​ສຳ​ຄັນ ບໍ່​ພຽງ​ແຕ່​ສຳ​ລັບ​ປະ​ຊາ​ຊົນ ຫວຽດ​ນາມ ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ການ​ປະ​ຕິ​ວັດ ລາວ, ກຳ​ປູ​ເຈຍ ກໍ່​ຄື​ບັນ​ດາ​ປະ​ເທດ​ກ້າວ​ໜ້າ​ໃນ​ໂລກ​ອີກ​ດ້ວຍ.

                                              


ຂ່າວ/ບົດ​ອື່ນ