ງານໂຮມຊຸມນຸມສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ

(vovworld)- ວັນ​ທີ 28/12, ຢູ່ ຮ່າ​ໂນ້ຍ, ສະຫະພັນ​ບັນ​ດາອົງການ​ມິດຕະພາບ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ໂຮມ​ຊຸມນຸມ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດ​ລະຫວ່າງ ຫວຽດນາມ ​ແລະ ປາ​ກິ​ສະຖານ. ນະ​ທີ່​ນີ້, ທ່ານ ​ໂດນ​ຕວນຟອງ, ຮອງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ຢືນຢັນບາດກ້າວ​ພັດທະນາ​ອັນ​ຈົບງາມ​ຂອງ​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ລະຫວ່າງ ຫວຽດນາມ ​ແລະ ປາ​ກິ​ສະຖານ ​ໃນ 40 ປີຜ່ານມາ, ຊຶ່ງ​ຕາມ​ນັ້ນ ການ​ຮ່ວມ​ມື​ອັນ​ຈົບງາມ​ໃນ​ຂົງ​ເຂດ​ການ​ເມືອງ​ໄດ້​ສ້າງ​ປະຖົມ​ປັດ​ໄຈ​ສຳຄັນ​ໃຫ້​ແກ່​ການ​ຮ່ວມ​ມື​ຫລາຍ​ດ້ານ ລະຫວ່າງ ຫວຽດນາມ ​ແລະ ປາ​ກິ​ສະຖານ. ທ່ານ​ ​ໂດນ​ຕວນຟອງ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ປາ​ກິ​ສະຖານ ຈະ​ບັນລຸ​ໄດ້ຜົນ​ງານ​​ອັນ​ໃຫຍ່​ຫລວງ​ຫລາຍ​ຢ່າງກວ່າ​ເກົ່າ, ຕອບ​ສະ​ຫນອງ​ຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ຂອງ​ສອງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ