ງານໂຮມຊຸມໜຸມສະເຫຼີມສະຫຼອງວັນບຸນໃຫຍ່ຂອງຫວຽດນາມຢູ່ລັດເຊຍ

ງານໂຮມຊຸມໜຸມສະເຫຼີມສະຫຼອງວັນບຸນໃຫຍ່ຂອງຫວຽດນາມຢູ່ລັດເຊຍ - ảnh 1
ງານ​ໂຮມ​ຊຸມ​ໜຸມສະ​ເຫຼີ​ມສະຫຼອງ​ວັນ​ບຸນ​ໃຫຍ່​ຂອງ​ຫວຽດນາມ​ຢູ່​ລັດ​ເຊຍ
(ພາບ: ອິນເຕີແນດ)

(vovworld) - ສະ​ຖານ​ທູດ​ຫວຽດນາມ ​ປະຈຳ​ສະຫະພັນ​ລັດ​ເຊຍ ​ໄດ້​ຈັດພິທີ​ສະ​ເຫຼີ​ມສະຫຼອງ 68 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ, 23 ປີ ​ແຫ່ງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ດ ​ແລະ 40 ປີ ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝູ ທາງ​ອາກາດ. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຊວນ​ເຊີນ​ມີ​ບົດ​ປາ​ໄສ ຊີ້​ແຈ້ງ​ຄວາມ​ໝາຍ​ປະຫວັດສາດ ​ແລະ ​ໄຊຊະນະດ້ຽນບຽນ​ຝູທາງ​ອາກາດ, ຢືນຢັນ​ຄຸນງາມຄວາມດີ, ກໍ່​ຄື​ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ບັນດາ​ສະຫາຍ, ອ້າ​ຍນ້ອງ​ໂຊ​ຫວຽດ​ໃນ​ເມື່ອ​ກ່ອນ, ​ເຊິ່ງ​ແມ່ນ​ເພື່ອນ​ຜູ້​ສະໜິດສະໜົມ​ຂອງ​ປະຊາຊົນ​ຫວຽດນາມ. ທ່ານ​ເອກ​ອັກຄະ​ລັດຖະທູດ ຟ້າ​ມຊວນ​ເຊີນ, ​ເນັ້ນ​ໜັກ​ວ່າ:

”ຫວນ​ຄືນ​ຊຸມ​ເດືອນ​ປີ​ແຫ່ງ​ສົງຄາມ​ອັນ​ທຸກ​ຍາກ​ລຳບາກ, ​ເຈ​ບ​ແສບ ກໍ່​ຄື ​ໄຊຊະນະ​ອາ​ສະຫງ່າ​ລາສີ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ຜົນງານ​ຕ່າງໆ ​ແລະ ການ​ປ່ຽນ​ແປງ​ອັນ​ດີງາມ​ຂອງ​ທຸກ​ວັນ​ນີ້, ພວກ​ເຮົາ​ເຊື່ອ​ໝັ້ນ​ຕໍ່​ອະນາຄົດ​ອັນ​ສົດ​ໃສ​ຂອງ​ປະ​ເທດ​ຊາດ, ຊາວ​ຫວຽດນາມ​ລຸ້ນຕ່າງໆ​ຍາມ​ໃດ​ກໍ່​ຮູ້​ບຸນຄຸນ​ຂອງ​ໂຊ​ຫວຽດ​ໃນ​ເມື່ອ​ກ່ອນ ​ແລະ ສະຫະພັນ​ລັດ​ເຊຍໃນ​ປະຈຸ​ບັນ​, ​​ໃນ​ນັ້ນ​ມີ​ບັນດາ​ທີ່​ປຶກສາ, ຜູ້​ຊ່ຽວຊານທີ່​ໄດຕໍ່ສູ້ ​ແລະ ​ເສຍສະຫຼະ​ຊີວິດ​ຂອງ​ຕົນເພື່ອ​ເອກະລາດ, ​ເສລີພາບ​ຂອງ​ຊາດ​ຫວຽດນາມ​”.

 

ຂ່າວ/ບົດ​ອື່ນ