ຈົ່ງປະກາດໃຊ້ນະໂຍບາຍ, ກົນໄກການນຳໃຊ້ແຫຼ່ງທຶນ ODA ໂດຍໄວ

    ຈົ່ງປະກາດໃຊ້ນະໂຍບາຍ, ກົນໄກການນຳໃຊ້ແຫຼ່ງທຶນ ODA ໂດຍໄວ  - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ທຶນ ODA  ແລະ ທຶນ​ກູ້​ຢືມ​ດ້ວຍ​ຄ່າ​ດອກ​ເບ້ຍ​ຕ່ຳ


(vovworld)- ຫວ່າງ​ແລ້ວນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ທຶນ ODA  ແລະ ທຶນ​ກູ້​ຢືມ​ດ້ວຍ​ຄ່າ​ດອກ​ເບ້ຍ​ຕ່ຳ ໄດ້​ສະ​ເໜີ​ກະ​ຊວງ​ການ​ເງິນ ຈົ່ງ​ຮີບ​ເຮັ່ງ​ສ້າງ​ໃຫ້​ສົມ​ບູບ​ແບບ ແລະ ຍືນ​ສະ​ເໜີ​ຕໍ່​ຂັ້ນ​ຕ່າງ​ໆ​ທີ່​ມີ​ສິດ​ອຳ​ນາດ​​ເຊັນ​ອະ​ນຸ​ມັດ ແລະ ​ປະ​ກາດ​ໃຊ້ເອ​ກະ​ສານ​ນິ​ຕິ​ກຳ​ກ່ຽວ​ກັບນະ​ໂຍ​ບາຍ, ກົນ​ໄກ​ການ​ເງິນ​ທີີ່​ມີ​ຕໍ່​ການ​ນຳ​ໃຊ້​ແຫຼ່ງ​ທຶນ ODA  ແລະ ທຶນ​ກູ້​ຢືມ​ດ້ວຍ​ຄ່າ​ດອກ​ເບ້ຍ​ຕ່ຳ ໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ການ​ປະ​ຈຸ​ບັນ ແລະ ຄວາມ​ສາ​ມາດ​ນຳ​ໃຊ້​ແຫຼ່ງ​ທຶນນີ້​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ ສະ​ເໜີ​ບັນ​ດາ​ກະ​ຊວງ, ທ້ອງ​ຖິ່ນ​ຕ່າງໆ ຈົ່ງ​ປະ​ຕິ​ບັດ​ຢ່າງ​ຂ້ຽວ​ຂາດ​ກ່​ວາ​ໃນ​ການ​ບໍ​ລິ​ຫານ​ວຽກ​ງານ​ປ່ອຍ​ທຶນ, ປະ​ກອບ​ສ່ວນ​ສູ້​ຊົນ​ບັນ​ລຸ​ຄາດ​ໝາຍ​ປ່ອຍ​ເງິນ​ຂອງ​ທັງ​ປີ ແມ່ນ 5,6 ຕື້ USD .
ຂ່າວ/ບົດ​ອື່ນ