ຈົ່ງມີການກະທຳເພື່ອ“ມະຫາສະມຸດເຂັ້ມແຂງ,ໜ່ວຍໂລກປອດໄສ”

ຈົ່ງມີການກະທຳເພື່ອ“ມະຫາສະມຸດເຂັ້ມແຂງ,ໜ່ວຍໂລກປອດໄສ” - ảnh 1
(ພາບປະກອບ: Báo Quảng Ngãi)

​(vovworld) - ​ຈົ່ງ​ມີ​ການ​ກະທຳ​ເພື່ອ “ມະຫາ​ສະ​ມຸດເຂັ້ມ​ແຂງ, ໜ່ວຍ​ໂລກ​ປອດ​ໄສ” ​ແມ່ນ​ຂໍ້​ມູນ​ຂອງ​ສັບ​ປະດາ​ທະ​ເລ, ​ໝູ່​ເກາະ​ຫວຽດນາມ ປີ 2015, ທີ່​ສົ່ງ​ເຖິງ​ທຸກ​ຄົນ, ຜ່ານ​ນັ້ນ​ປະກອບສ່ວນ​ຍົກ​ສູງ​ຄວາມຮັບ​ຜິດຊອບ​ປົກ​ປັກ​ຮັກສາ, ຂຸດ​ຄົ້ນ​ຊັບພະຍາກອນ​​ແບບ​ຍືນຍົງ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ, ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​​ເກາ​ະ​ທີ່​ສັກກະ​ລະ​ບູຊາ​ຂອງປະ​ເທດ​ຊາດ. ສັບ​ປະດາ​ທະ​ເລ, ​ໝູ່​ເກາະ​ຫວຽດນາມ ປີ 2015 ​ໂດຍ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​​ດລ້ອມ ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກວາງ​ຫງ້າ​ຍ ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 01 – 08/06, ​ເພື່ອ​​​ແນໃສ່​ຍູ້​ແຮງ​ວຽກ​ງານ​ໂຄສະນາ, ຂົນຂວາຍ​ປະຊາຊົນ​ທຸກ​ຄົນ ຍົກ​ສູງສະຕິປົກ​ປັກ​ຮັກສາ​ຊັບພະຍາກອນສິ່ງ​ແວດ​ລ້ອມ, ອະນຸລັກ​ຮັກສາ, ​ເສີ​ມຂະຫຍາຍ​ບັນດາ​ຄຸນຄ່າ​ຂອງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ທະ​ເລ, ​ໝູ່​ເກ​າະ.

        ​ເພື່ອ​ຕອບ​ສະ​ໜອງ​ເຫດການ​ນີ້, ວັນ​ທີ 08/06, ຢູ່ຫາດ​ຊາຍ​ທະ​ເລ​ມິ້​ເຄ, ນະຄອນ ກວາງ​ຫງ້າ​ຍ, ​ແຂວງ​ກວາງ​ຫງ້າ​ຍ ​ໄດ້​ຈັດ​​​ງາມ​ໂຮມ​ຊຸມ​ນູມ​ສະ​ເຫຼີ​ມສະຫຼອງ​ວັນມະຫາ​ສະ​ມຸດ​ໂລກ ​ແລະ​ ຕອບ​ສະໜອງ​ສັບ​ປະດາ​ທະ​ເລ​ແລະ​ໝູ່​ເກາະ​ຫວຽດນາມ 2015. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ຈຸ​ຟ້າມງອກ​ຫຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມ ຖື​ວ່າ.

        “ພວກ​ເຮົາ​ຕ້ອງ​ນຳ​​ໃຊ້​ຊັບພະຍາກອນ​ທະ​ເລ​​ໃຫ້​ປະຢັດ ​ແລະ ມີ​ປະສິດທິ​ຜົນ ກໍ່​ຄື​ເອົາ​ໃຈ​ໃສ່​ເຖິງ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ. ນີ້​ແມ່ນ​ບັນຫາ​ຮີບ​ດ່ວນ ​ເພື່ອ​​ແນ​ໃສ່ຍົດ​ສູງຄວາມ​ຮັບ​ຮູ້​ຂອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ ​ໃນ​ບັນຫາ​ຂຸດ​ຄົ້ນ, ນຳ​ໃຊ້​ຊັບພະ​ຍາກ​ອນສິ່ງ​ແວດລ້ອມ ຮັບ​​ໃຊ້​ການ​ພັດທະນາ​​ແບບ​ຍືນຍົງ​ເຂດ​ທະ​ເລ, ໝູ່​ເກາະ, ​​ໄປ​ຄຽງ​ຄູ່ກັບ​ການ​ປົກ​ປັກຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ ​ແລະ ໝູ່​ເກາະ”.

ຂ່າວ/ບົດ​ອື່ນ