ຈັດກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ຄະນະຊີ້ນຳແຫ່ງຊາດໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນສ້າງແຜນການລະດົມປະຊາຊົນໃຫ້ໃສ່ຜ້າອັດປາກ-ອັດດັງ ແລະ ປະຕິບັດຕາມຄຳກ່າວເຕືອນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ.

ຈັດກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ

(ພາບ: VGP)

ທີ່ກອງປະຊຸມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ເຊິ່ງໄດ້ດຳເນີນວັນທີ 14 ສິງຫາ, ຢູ່ສຳນັກງານລັດຖະບານ, ບັນດາຜູ້ແທນໄດ້ໃຫ້ຂໍ້ສັງເກດວ່າ, ສະພາບໂລກລະບາດຍັງແກ່ຍາວຢູ່ ອາດຈະມີການລະບາດຢູ່ບັນດາແຂວງ, ນະຄອນອື່ນຕື່ມອີກ.

        ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດໄດ້ເນັ້ນໜັກວ່າ, ຄວາມສ່ຽງເກີດການລະບາດຂອງພະຍາຍໂຄວິດ-19 ຍັງປະກົດມີຢູ່ທຸກແຂວງ, ນະຄອນ, ພິເສດແມ່ນບັນດາເຂດຕົວເມືອງໃຫຍ່, ຄະນະຊີ້ນຳແຫ່ງຊາດໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນສ້າງແຜນການລະດົມປະຊາຊົນໃຫ້ໃສ່ຜ້າອັດປາກ-ອັດດັງ ແລະ ປະຕິບັດຕາມຄຳກ່າວເຕືອນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ກ່າວວ່າ.

        “ຮອດເວລາຮຽກຮ້ອງໃຫ້ທົ່ວປວງຊົນປະຕິບັດບັນດາມາດຕະການປ້ອງກັນສຳຄັນ ແລະ ມີປະສິດທິຜົນທີ່ສຸດ, ຈຳກັດການອອກໄປນອກ, ຮັກສາໄລຍະຫ່າງ, ພິເສດແມ່ນຕ້ອງໃສ່ຜ້າອັດປາກ - ອັດດັງ, ລ້າງມືໃສ່ສະບູ. ບັນດາອົງການຈັດຕັ້ງມະຫາຊົນ, ບັນດາພາຫະນະສື່ມວນຊົນ ແລະ ບັນດາແຂວງຕ້ອງຮຽກຮ້ອງໃຫ້ປະຊາຊົນປະຕິບັດ, ຖ້າໃຜລະເມີດຕ້ອງປະຕິບັດລະບຽບວິໄລ, ມີພຽງແຕ່ວິທີນີ້ຈຶ່ງສາມາດສະກັດກັ້ນໂລກລະບາດໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ