ຈັດການຝຶກຊ້ອມກູ້ໄພກູ້ຊີບເປັນຄັ້ງທຳອິດລະຫວ່າງກອງທັບ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ

(VOVWORLD) -ການຝຶກຊ້ອມໄດ້ສຸມໃສ່ 2 ເນື້ອໃນຕົ້ນຕໍແມ່ນການກູ້ໄພກູ້ຊີບທາງນ້ຳ ແລະ ທາງບົກ
ຈັດການຝຶກຊ້ອມກູ້ໄພກູ້ຊີບເປັນຄັ້ງທຳອິດລະຫວ່າງກອງທັບ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ - ảnh 1ຜູ້ແທນເຂົ້າຮ່ວມການຝຶກຊ້ອມກູ້ໄພກູ້ຊີບຮ່ວມລະຫວ່າງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ
(ພາບ: TTXVN)

        ວັນທີ 15 ກັນຍາ, ຢູ່ເມືອງ ນາໄຊທອງ, ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນການຝຶກຊ້ອມກູ້ໄພກູ້ຊີບຮ່ວມລະຫວ່າງ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ. ນີ້ແມ່ນການຝຶກຊ້ອມເປັນຄັ້ງທຳອິດທີ່ໄດ້ຈັດຂຶ້ນຕາມຂໍ້ຕົກລົງຂອງບັນດາລັດຖະມົນຕີເຂົ້າຮ່ວມກອງປະຊຸມປ້ອງກັນປະເທດ ກຳປູເຈຍ - ລາວ - ຫວຽດນາມ ເຊິ່ງດຳເນີນເມື່ອປີ 2019 ຢູ່ຮ່າໂນ້ຍ.

        ການຝຶກຊ້ອມໄດ້ສຸມໃສ່ 2 ເນື້ອໃນຕົ້ນຕໍແມ່ນການກູ້ໄພກູ້ຊີບທາງນ້ຳ ແລະ ທາງບົກ ດ້ວຍການເຂົ້າຮ່ວມຂອງພະນັກງານ, ນັກຮົບຂອງກອງທັບ 3 ປະເທດເກືອບ 500 ຄົນ. ທີ່ການຝຶກຊ້ອມນີ້, ບັນດາກຳລັງເຂົ້າຮ່ວມ 3 ປະເທດຈະດຳເນີນການກູ້ໄພກູ້ຊີບຢູ່ເຂດຖືກນ້ຳຖ້ວມ ແລະ ເຂດດິນເຊາະເຈືອນ; ກິດຈະກຳຖືກພັງທະລາຍ, ທາດເຄມີຮົ່ວໄຫຼອອກສູ່ສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ