ຈັດ​ການ​ສຳ​ຫຼວດ ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ​ແຕ່ 5 ປີ

(VOVWORLD) -ວັນທີ 6 ມັງກອນ, ຫ້ອງວ່າການລັດຖະບານ ກໍ່ມີເອກະສານສະເໜີໃຫ້ ກະຊວງສາທາລະນະສຸກ ສ້າງຮ່າງມະຕິຂອງ ລັດຖະບານ ກ່ຽວກັບການຊື້ວັກຊິນເພື່ອສັກໃຫ້ເດັກນ້ອຍ ທີ່ມີອາຍຸແຕ່ 5 ຫາ12 ປີ ໃຫ້ສຳເລັດຜົນໂດຍໄວ, ແລ້ວລາຍງານຕໍ່ນາຍົກລັດຖະມົນຕີ.

ຈັດ​ການ​ສຳ​ຫຼວດ ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ເດັກ​ນ້ອຍ​ທີ່​ມີ​ອາ​ຍຸ​ແຕ່ 5 ປີ - ảnh 1ພາບປະກອບ: TTXVN

ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມອບໃຫ້ກະຊວງສາທາລະນະສຸກ ຫວຽດນາມ ເປັນປະທານ, ສົມທົບກັບກະຊວງການສຶກສາ ແລະ ບຳລຸງສ້າງ ຈັດການສຳຫຼວດ ການສັກວັກຊິນໃຫ້ແກ່ເດັກນ້ອຍທີ່ມີອາຍຸແຕ່ 5 ປີຂຶ້ນໄປ, ທາບທາມປະສົບການຈາກສາກົນ, ທີ່ຖອດຖອນບົດຮຽນຈາກບັນດາທ້ອງຖິ່ນພາຍໃນປະເທດ, ກະກຽມແຜນການສັກວັກຊິນໃຫ້ແກ່ເດັກນ້ອຍ ເພື່ອໃຫ້ໄດ້ໄປມາຮຽນ ຢູ່ໂຮງຮຽນ ໂດຍກົງ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ຮຽກຮ້ອງໃຫ້ ກະຊວງສາທາລະນະສຸກ ຮີບດ່ວນປະຕິບັດບັນດາຄຳສັ່ງຂອງ ນາຍົກລັດຖະມົນຕີ ກ່ຽວກັບການຍູ້ໄວການສັກວັກຊິນ, ກ່ຽວກັບຄວາມຕ້ອງ ການນຳເຂົ້າ ວັກຊິນ ເພື່ອຮັບປະກັນເປົ້າໝາຍທີ່ ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳ.

ຕອບກັບ

ຂ່າວ/ບົດ​ອື່ນ