ຈັດ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄ​ວາມ​ໝາຍຫຼາຍ​ຢ່າງ​ເພື່ອ ໜູນ​ຊ່ວຍ​ກຳ​ມະ​ກອນ, ຊາວ​ຜູ້​ອອກ​ແຮງ​ງານ​ຕ້ອນ​ຮັບ​ບຸບ​ເຕັດ

(VOVWORLD) -ຕອນເຊົ້າວັນທີ 16 ມັງກອນ, ສະຫະພັນແຮງງານ ນະຄອນ ດ່າໜັງ ໄດ້ຈັດລາຍການ “ບຸນເຕັດບໍ່ໄກຈາກບ້ານ” ລະດູບານໃໝ່ປີຂານ 2022, ມອບຂອງຂວັນ 5000 ພູດ ລວມມູນຄ່າ 2,5 ຕື້ດົ່ງ ໃຫ້ແກ່ກຳມະກອນຜູ້ທຸກຍາກ.

ໃນຕອນເຊົ້າຂອງວັນດຽວກັນ, ສະຫະພັນແຮງງານ ນະຄອນ ໂຮ່ຈີມິນ ພ້ອມກັບ “ກອງທຶນສັງຄົມການກຸສົນ” ຂອງສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ມອບທຶນການສຶກສາໃຫ້ແກ່ລູກຂອງກຳມະກອນ, ຜູ້ອອກແຮງງານ, ສະມາຊິກກຳມະບານທີ່ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຮຽນເກັ່ງໃນບໍລິເວນນະຄອນ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ແທດຈິງໃນການເບິ່ງແຍງດູແລ ແລະ ເປັນແຫຼ່ງລະດົມກຳລັງໃຈສຳລັບແຕ່ລະຄອບຄົວ, ໂດຍສະເພາະແມ່ນພາຍຫຼັງການແຜ່ລະບາດຂອງເຊື້ອພະຍາດໂຄວິດ - 19 ທີ່ໄດ້ກໍ່ຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ເນື່ອງໃນໂອກາດປີໃໝ່ 2022.

ກໍ່ໃນວັນດຽວກັນ, ກຳມະບານບັນດາເຂດອຸດສາຫະກຳແຂວງ ຫວິງຟຸກ ກໍໄດ້ຈັດລາຍການ “ບຸນເຕັມອົບອຸ່ນ - ປີໃໝ່ສະຫງົບສຸກ” ເຊິ່ງໄດ້ມອບຂອງຂວັນບຸນເຕັດ 1.000 ພູດໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີຂານ 2022.

ຕອບກັບ

ຂ່າວ/ບົດ​ອື່ນ