ຈັດການເຄື່ອນໄຫວວັດທະນະທຳ, ທ່ອງທ່ຽວທີ່ເປັນເອກະລັກສະເພາະຫຼາຍຢ່າງ ເນື່ອງໃນໂອກາດວັນຊາດ ຫວຽດນາມ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 78 ປີແຫ່ງວັນຊາດ ຫວຽດນາມ ມີການເຄື່ອນໄຫວວັດທະນະທຳ, ສິລະປະ, ກິລາທີ່ເປັນເອກະລັກສະເພາະຫຼາຍຢ່າງ ໄດ້ຈັດຂຶ້ນຢູ່ຫຼາຍທ້ອງຖິ່ນ.
ຈັດການເຄື່ອນໄຫວວັດທະນະທຳ, ທ່ອງທ່ຽວທີ່ເປັນເອກະລັກສະເພາະຫຼາຍຢ່າງ ເນື່ອງໃນໂອກາດວັນຊາດ ຫວຽດນາມ - ảnh 1(ພາບປະກອບ)

          ຢູ່ ມົກເຈົາ, ແຂວງ ເຊີນລາ, ແຕ່ວັນທີ 28 ສິງຫາ - 04 ກັນຍາ ໄດ້ຈັດສັບປະດາທ່ອງທ່ຽວ ມົກເຈົາ, ດ້ວຍການເຄື່ອນໄຫວເປັນເອກະລັກສະເພາະຫຼາຍຢ່າງ, ດຶງດູດໃຈ, ຄື: ແນະນຳອາຫານການກິນຂອງຊົນເຜົ່າ; ຟ້ອນລວມໝູ່ບັນດາຊາວເຜົ່າຄື ແຊ່ວໄທ, ແຂ່ງຂັນຕຳເຂົ້າ ໄຢ່ ຂອງຊາວເຜົ່າ ມົ້ງ… ເຫດການແມ່ນເພື່ອໂຄສະນາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະ, ມູນເຊື້ອຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ ມົກເຈົາ.

        ຢູ່ ດ່ານັ້ງ, ແຕ່ວັນທີ 24 ສິງຫາ - 15 ກັນຍາ, ໄດ້ຈັດການເຄື່ອນໄຫວວັດທະນະທຳ, ກິລາ ແລະ ທ່ອງທ່ຽວກວ່າ 40 ລາຍການ. ເຫດການພົ້ນເດັ່ນທີ່ຄາດວ່າຈະດຶງດູດແຂກທ່ອງທ່ຽວສາກົນເປັນຈຳນວນຫຼວງຫຼາຍມານະຄອນ ດ່ານັ້ງ ໃນໂອກາດວັນບຸນນີ້ແມ່ນງານບຸນທ່ອງທ່ຽວ ຕີກ໊ອບ ດ່ານັ້ງ 2023, ເຊິ່ງຈັດຂຶ້ນແຕ່ວັນທີ 24 ສິງຫາ ຫາວັນທີ 02 ກັນຍາ.

        ເນື່ອງໃນໂອກາດວັນຊາດ 02 ກັນຍາ, ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ບິ່ງທ້ວນ ກໍ່ໄດ້ສົມທົບກັບບັນດາທ້ອງຖິ່ນຈັດ “ສັບປະດາວັດທະນະທຳທ້ອງຖະໜົນ ບິ່ງທ້ວນ ປີ 2023” ແຕ່ວັນທີ 27 ສິງຫາ ຫາວັນທີ 03 ກັນຍາ. ນີ້ແມ່ນເຫດການນອນໃນຂອບເຂດບັນດາການເຄື່ອນໄຫວຂອງປີທ່ອງທ່ຽວແຫ່ງຊາດ 2023 “ບິ່ງທ້ວນ - ການເຕົ້າໂຮມສີຂຽວ”. ທ່ານ ຫວໍແທ່ງຮູຍ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ບິ່ງທ້ວນ, ໃຫ້ຮູ້ວ່າ:

        ງານບຸນທ້ອງຖະໜົນ, ດ້ວຍການເຂົ້າຮ່ວມຂອງ 10 ຄະນະ, ດ້ວຍນັກສິລະປະກອນ, ນັກລະປິນ, ນັກສະແດງ 700 ຄົນ ຈະສະແດງຄືນບັນດາຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳແຕ່ລະເຂດພາກ ແລະ ຂອງບາງປະຊາຄົມບັນດາເຜົ່າຢູ່ໃນບໍລິເວນ, ຄື: ກິງ, ຈຳ, ວາ…”

        ໃນຂອບເຂດບັນດາການເຄື່ອນໄຫວ ຍັງຈະຈັດງານວາງສະແດງ “ມໍລະກົດວັດທະນະທຳທະເລ, ໝູ່ເກາະ ຫວຽດນາມ” ໃນຕອນຄ່ຳວັນທີ 27 ສິງຫາ, ດ້ວຍການເຂົ້າຮ່ວມຂອງ 25 ແຂວງ, ນະຄອນ ແລະ ຫົວໜ່ວຍໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ