ຈັດ​ການ​ເຄື່ອນ​ໄຫວ​​ຫຼາຍ​ຢ່າງ​ເພື່ອ​ລະ​ນຶກ​ເຖິ​ງວັນ​ທະ​ຫານ​ເສ​ຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຄົບ​ຮອບ 75 ປີ

(VOVWORLD) -ລະບອບບຸລິມະສິດແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແມ່ນນະໂຍບາຍພິເສດຂອງພັກ, ລັດ ເພື່ອແນໃສ່ຕອບບຸນແທນຄຸນ, ເຊີດຊູຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. 
ຈັດ​ການ​ເຄື່ອນ​ໄຫວ​​ຫຼາຍ​ຢ່າງ​ເພື່ອ​ລະ​ນຶກ​ເຖິ​ງວັນ​ທະ​ຫານ​ເສ​ຍ​ອົງ​ຄະ - ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຄົບ​ຮອບ 75 ປີ - ảnh 1ຜູ້ຕາງໜ້າກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ພົບປະກັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ ດັກລັກ (ພາບ: Molisa)

ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ (27/7/1947 – 27/7/2022) ຈະຈັດບັນດາການເຄື່ອນໄຫວຈຸດສຸມ, ນັ້ນແມ່ນ: ພິທີລະນຶກເຖິງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ ແລະ ພົບປະສັງສັນຜູ້ແທນ 450 ທ່ານທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດປີ 2022 ຢູ່ນະຄອນ ຮ່າໂນ້ຍ; ພິທີປຸກລະດົມ, ຂົນຂວາຍການສ້າງກອງທຶນຕອບບຸນແທນຄຸນສູນກາງຢູ່ ຮ່າໂນ້ຍ; ພິທີມອບໃບຢັ້ງຢືນປະເທດຊາດຈາລຶກຄຸນງາມຄວາມດີໃຫ້ແກ່ຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ເງະອານ… ນີ້ແມ່ນຂໍ້ມູນໂດຍທ່ານນາງ ຫງວຽນທິຮ່າ ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ແບ່ງປັນໃນການພົບປະຄະນະຜູ້ແທນຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ສອງແຂວງ ເງະອານ ແລະ ດັກລັກ, ວັນທີ 07 ມິຖຸນາ ຢູ່ຮ່າໂນ້ຍ.

        ກໍໃນການພົບປະສັງສັນນີ້, ທ່ານນາງ ຫງວຽນທິຮ່າ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຢັ້ງຢືນວ່າ ລະບອບບຸລິມະສິດແກ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແມ່ນນະໂຍບາຍພິເສດຂອງພັກ, ລັດ ເພື່ອແນໃສ່ຕອບບຸນແທນຄຸນ, ເຊີດຊູຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ໃນໄລຍະຜ່ານມາ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍບັນດານະໂຍບາຍກ່ຽວກັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ ເປັນຕົ້ນແມ່ນ: ດັດປັບ, ເພີ່ມບ້ວງເງິນໜູນຊ່ວຍ, ບ້ວງເງິນອຸດໜູນສຳລັບເປົ້າໝາຍນະໂຍບາຍ; ລະບອບເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ບຸລິມະສິດແຫຼ່ງກຳລັງເພື່ອສ້າງ, ປະຕິສັງຂອນກິດຈະກຳຈາລຶກຄຸນງາມຄວາມດີຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ; ຍູ້ແຮງວຽກງານຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຢັ້ງຢືນຊື່ ແລະ ນາມສະກຸນອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ…

ຕອບກັບ

ຂ່າວ/ບົດ​ອື່ນ