ຈັດການເຄື່ອນໄຫວຫຼາຍຢ່າງໃນວັນກໍາມະກອນສາກົນ ໃນທົ່ວໂລກ

(VOVWORLD) -     ມີປະຊາຊົນເປັນຈໍານວນຫຼວງຫຼາຍ ລົງຖະໜົນສາຍຕ່າງໆ ຢູ່ ເອີຣົບ ເພື່ອຕອບສະໜອງການເດີນຂະບວນປະຈໍາປີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ວັນທີ 01 ພຶດສະພາ.
ຈັດການເຄື່ອນໄຫວຫຼາຍຢ່າງໃນວັນກໍາມະກອນສາກົນ ໃນທົ່ວໂລກ - ảnh 1ປະຊາຊົນນັບພັນຄົນ ໄດ້ເຂົ້າຮ່ວມງານໂຮມຊຸມນຸມມິດຕິງ, ເດີນຂະບວນເນື່ອງໃນໂອກາດວັນກໍາມະກອນສາກົນຢູ່ຕາມຖະໜົນສາຍຕ່າງໆ ທີ່ເຂດໃຈກາງນະຄອນຫຼວງ ມົດສະກູ (ພາບ:kienthuc.net.vn)

        ຢູ່ລັດເຊຍ, ປະຊາຊົນນັບພັນຄົນ ໄດ້ເຂົ້າຮ່ວມງານໂຮມຊຸມນຸມມິດຕິງ, ເດີນຂະບວນເນື່ອງໃນໂອກາດວັນກໍາມະກອນສາກົນຢູ່ຕາມຖະໜົນສາຍຕ່າງໆ ທີ່ເຂດໃຈກາງນະຄອນຫຼວງ ມົດສະກູ ດ້ວຍບັນດາຄໍາຂວັນຄື “ວັນສາມັກຄີີສາກົນຂອງຊາວຜູ້ອອກແຮງງານໝັ້ນຍືນ”, “ປະເທດລັດເຊຍ, ອອກແຮງງານ, ປະຊາທິປະໄຕ ແລະ ສັງຄົມນິຍົມ”.... ການເດີນຂະບວນ ແລະ ງານໂຮມຊຸມນຸມມິດຕິງ ຖືກດໍາເນີນໄປຢ່າງເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບ.

        ໃນຂະນະນັ້ນ, ຢູ່ຝລັ່ງ, ການປະທະກັນລະຫວ່າງພວກເສື້ອເຫຼືອງ ແລະ ຕໍາຫຼວດ ໄດ້ເກີດຂຶ້ນຢູ່ນະຄອນຫຼວງ ປາຣີ ເມື່ອປະຊາຊົນນັບພັນຄົນ ໄດ້ເຮັດໃຫ້ການເດີນຂະບວນປະຈໍາປີ ເນື່ອງໃນໂອກາດວັນກໍາມະກອນສາກົນ ກາຍເປັນການແຫ່ຂະບວນປະທ້ວງຄັດຄ້ານລັດຖະບານ. ມີສະມາພັນແຮງງານບາງແຫ່ງ ແລະ ພວກເສື້ອເຫຼືອງ ໄດ້ລົງຖະໜົນ ແຫ່ຂະບວນປະທ້ວງ ພາຍຫຼັງ ເວລາ 2 – 3 ວັນ ເມື່ອທ່ານປະທານາທິບໍດີຝລັ່ງ Emmauel Macron ປະກາດຂໍ້ສະໜີຈໍານວນໜຶ່ງ ເພື່ອແນໃສ່ແກ້ໄຂບັນດາການຂາດສະຖຽນລະພາບໃນສັງຄົມ.

        ສ່ວນຢູ່ບາງປະເທດ ອາຊີ ກໍໄດ້ໄດ້ຈັດການເດີນຂະບວນ ເພື່ອສະເຫຼີມສະຫຼອງວັນກໍາມະກອນສາກົນ ວັນທີ 01 ພຶດສະພາ ຄື ຢູ່ ອິນໂດເນເຊຍ ແລະ ຟີລິບປິນ. ສ່ວນ ຢູ່ ສ.ເກົາຫຼີ ໄດ້ຈັດຕັ້ງ ກອງປະຊຸມໃຫຍ່ ວັນກໍາມະກອນສາກົນ ປີ 2019”. ບັນດາການເຄື່ອນໄຫວທັງໝົດຖືກດໍາເນີນໄປຢ່າງເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບ. 

ຕອບກັບ

ຂ່າວ/ບົດ​ອື່ນ