ຈຸດ​ຄວາມ​ງາມ​ຍາມ​ຕົ້ນ​ປີ​ໃໝ່​ຂອງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ

(VOVWORLD) -    ສຳລັບປະຊາຊົນ ຫວຽດນາມ ແຕ່ລະຄົນ, ເຖິງວ່າຈະຢູ່ແຫ່ງຫົນໃດໃນໂລກນີ້, ຈຸດຄວາມງາມໃນວັດທະນະທຳການໄປວັດໄປວາຍາມຕົ້ນປີໃໝ່ ບໍ່ພຽງແຕ່ແມ່ນປະເພນີເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອຖ່າຍທອດບັນດາຄຸນຄ່າອັນດີງາມຂອງບຸນປີໃໝ່ປະຈຳຊາດໃຫ້ຄົນລຸ້ນຫຼັງ, ເພື່ອໃຫ້ເຂົາເຈົ້າຮູ້ເຄົາລົບ ແລະ ອະນຸລັກຮັກສາບັນດາຄຸນຄ່າຂອງກົກເຄົ້າເຫງົ້າກໍ່ໄວ້.
ຈຸດ​ຄວາມ​ງາມ​ຍາມ​ຕົ້ນ​ປີ​ໃໝ່​ຂອງ​ຊາວ ຫວຽດ​ນາມ ອາ​ໄສ ຢູ່ ລາວ - ảnh 1ບັນຍາກາດຢູ່ ວັດ ເຟີດຕິກ ໃນຄ່ຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ (ພາບ: VOV)

ພາຍຫຼັງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ສຳລັບຊາວ ຫວຽດນາມ ທີ່ດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນແລ້ວ, ການໄປວັດໄປວາ, ໄຫວ້ພະຍາມຕົ້ນປີ ແມ່ນໜຶ່ງໃນບັນດາກິດຈະກຳທີ່ຂາດບໍ່ໄດ້ໃນໂອກາດບຸນປີໃໝ່ປະຈຳຊາດ.

        ຢູ່ນະຄອນຫຼວງ ວຽງຈັນ, ວັດ ເຟີດຕິກ ມີຄົນໄປມາຢ່າງຄັບຄາໜາແໜ້ນ ແລະ ຄວາມສະຫວ່າງສະໄຫວຂອງແສງໄຟ, ແສງທຽນ, ພ້ອມກັບຄວັນທູບ, ໄດ້ສ້າງເປັນບັນຍາກາດອັນອົບອຸ່ນຂຶ້ນກວ່າມື້ທຳມະດາ. ຊາວ ຫວຽດນາມ ຖືວ່າ ການໄປວັດຍາມຕົ້ນປີໃໝ່ ບໍ່ພຽງແຕ່ເພື່ອອະຖິຖານເທົ່ານັ້ນ, ຫາກຍັງແມ່ນຈຸດເວລາເພື່ອໃຫ້ຄົນເຮົາໄດ້ເຊື່ອມຕົວເຂົ້າກັບສະຖານທີ່ສັກສິດ, ບັນເທົາຄວາມລຳບາກ, ຫຍຸ້ງຍາກໃນການທຳຫາຫາກິນ ແລ້ວພາວະນາຂໍໃຫ້ຕົວເອງ ແລະ ຄອບຄົວປີໃໝ່ມີແຕ່ຄວາມສະຫງົບສຸກ ແລະ ສຸຂະພາບແຂງແຮງ.

        ສຳລັບປະຊາຊົນ ຫວຽດນາມ ແຕ່ລະຄົນ, ເຖິງວ່າຈະຢູ່ແຫ່ງຫົນໃດໃນໂລກນີ້, ຈຸດຄວາມງາມໃນວັດທະນະທຳການໄປວັດໄປວາຍາມຕົ້ນປີໃໝ່ ບໍ່ພຽງແຕ່ແມ່ນປະເພນີເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອຖ່າຍທອດບັນດາຄຸນຄ່າອັນດີງາມຂອງບຸນປີໃໝ່ປະຈຳຊາດໃຫ້ຄົນລຸ້ນຫຼັງ, ເພື່ອໃຫ້ເຂົາເຈົ້າຮູ້ເຄົາລົບ ແລະ ອະນຸລັກຮັກສາບັນດາຄຸນຄ່າຂອງກົກເຄົ້າເຫງົ້າກໍ່ໄວ້.


ຕອບກັບ

ຂ່າວ/ບົດ​ອື່ນ