ຈຸດຍອດຍິ່ງຂອງສິລະປະຕົ້ນໄມ້ປະດັບ ຫວຽດນາມ

(VOVWORLD) - ມີນັກສິລະປິນ, ນັກທຸລະກິດ, ເຈົ້າຂອງເຮືອນສວນຕົ້ນໄມ້ປະດັບປະມານ 800 ຄົນທີ່ມາຈາກ 30 ແຂວງ, ນະຄອນ ...

ງານວາງສະແດງຕົ້ນໄມ້ປະດັບເມືອງ ກວກອວາຍ, ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງເປັນເວລາ 9 ວັນ, ແຕ່ວັນທີ 8 – 16 ມີນາ 2018. ມີນັກສິລະປິນ, ນັກທຸລະກິດ, ເຈົ້າຂອງເຮືອນສວນຕົ້ນໄມ້ປະດັບປະມານ 800 ຄົນທີ່ມາຈາກ 30 ແຂວງ, ນະຄອນ ໃນທົ່ວປະເທດໄດ້ເຂົ້າຮ່ວມງານວາງສະແດງ. ງານວາງສະແດງໄດ້ວາງສະແດງຕົ້ນໄມ້ປະດັບ, ນົກປະເພດຕ່າງໆປະມານ 3.000 ຊະນິດ.

        ໃນຂອບເຂດງານວາງສະແດງຍັງມີງານບຸນແຂ່ງສຽງນົກຮ້ອງ; ປຸກລະດົມວັນບຸນປູກຕົ້ນໄມ້; ງານຕະຫຼາດນັດຕົ້ນໄມ້ປະດັບ 3 ເຂດພາກ; ກອງປະຊຸມສຳມະນາວິທະຍາສາດ “ພັດທະນາດອກໄມ້, ຕົ້ນໄມ້ປະດັບ ແລະ ໝູ່ບ້ານມູນເຊື້ອເມືອງ ກວກອວາຍ ໃນການກໍ່ສ້າງຊົນນະບົດໃໝ່”…

ຕອບກັບ

ຂ່າວ/ບົດ​ອື່ນ