ຈັດ​ຕັ້ງ​ກອງ​ປະ​ຊຸມ​ນາ​ຍົກ​ລັດ​ຖະ​ມົນ​ຕີກັບ​ວິ​ສາ​ຫະ​ກິດ​ແນ​ໃສ່​ເລີ່ມ​ດຳ​ເນີນ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ເພື່ອຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19

(VOVWORLD) -ຫ້ອງວ່າການລັດຖະບານນາຍົກລັດຖະມົນຕີຫາກໍ່ປະກາດໃຊ້ແຈ້ງການສະຫຼຸບຂອງທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີຫວຽດນາມຢູ່ກອງປະຊຸມກ່ຽວກັບການຈັດຕັ້ງກອງປະຊຸມລະຫວ່າງທ່ານນາຍົກລັດຖະມົນຕີກັບວິສາຫະກິດເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການດຳເນີນທຸລະກິດ, ເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່ເພື່ອຮັບມືກັບໂລກລະບາດ Covid – 19, ເຊິ່ງໄດ້ຮັບການຈັດຂຶ້ນໃນວັນທີ 13 ເມສາ 2020.   
ຈັດ​ຕັ້ງ​ກອງ​ປະ​ຊຸມ​ນາ​ຍົກ​ລັດ​ຖະ​ມົນ​ຕີກັບ​ວິ​ສາ​ຫະ​ກິດ​ແນ​ໃສ່​ເລີ່ມ​ດຳ​ເນີນ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃໝ່​ເພື່ອຮັບ​ມື​ກັບ​ໂລກ​ລະ​ບາດ Covid – 19 - ảnh 1ຈັດຕັ້ງກອງປະຊຸມນາຍົກລັດຖະມົນຕີກັບວິສາຫະກິດແນໃສ່ເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່ເພື່ອຮັບມືກັບໂລກລະບາດ Covid – 19 (ພາບ: VGP) 

ຕາມທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກແລ້ວ, ປັດຈຸບັນ, ໂລກລະບາດ Covid – 19 ພວມຜັນແປຢ່າງສັບສົນທີ່ສຸດ, ກໍ່ຜົນສະທ້ອນຢ່າງໜັກໜ່ວງເຖິງເສດຖະກິດ - ສັງຄົມຂອງຫວຽດນາມ. ດັ່ງນັ້ນ, ການຈັດຕັ້ງກອງປະຊຸມລະຫວ່າງນາຍົກລັດຖະມົນຕີກັບວິສາຫະກິດແມ່ນມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ, ເພື່ອແນໃສ່ສະແດງໃຫ້ເຫັນຈິດໃຈຂອງລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນທີ່ຮ່ວມເດີນທາງກັບວິສາຫະກິດ, ປະຕິບັດໜ້າທີ່ຄວບຄູ່ແມ່ນບຸລິມະສິດໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ທັງຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ເສີມຂະຫຍາຍຈິດໃຈຮັກຊາດ, ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດຫັນສິ່ງທ້າທາຍກາຍເປັນກາລະໂອກາດ, ສ້າງໂຄງປະກອບວິສາຫະກິດຄືນໃໝ່, ສ້າງກຳລັງໜູນໃຫ້ແກ່ການພັດທະນາ, ເລີ່ມດຳເນີນພື້ນຖານເສດຖະກິດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ