ຈັດຕັ້ງ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ທາງອອ​ນ​ລາຍລະ​ຫວ່າງ​ຫວຽດ​ນາມ - ຍີ່​ປຸ່ນ​

(VOVWORLD) -ຕອນບ່າຍວັນທີ 9 ກໍລະກົດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມໄດ້ສົມທົບກັບສະຖານທູດຍີ່ປຸ່ນປະຈຳຫວຽດນາມ, ອົງການສົ່ງເສີມ ການຄ້າຍີ່ປຸ່ນ (JETRO) ແລະ ທະນາຄານຮ່ວມມືສາກົນ ຍີ່ປຸ່ນ (JBIC) ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນທາງອອນລາຍລະຫວ່າງ ຫວຽດນາມ - ຍີ່ປຸ່ນ.
ຈັດຕັ້ງ​ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ລົງ​ທຶນ​ທາງອອ​ນ​ລາຍລະ​ຫວ່າງ​ຫວຽດ​ນາມ - ຍີ່​ປຸ່ນ​ - ảnh 1ທ່ານ ຫວູດ້າຍທັ໊ງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ (ພາບ:  baodautu.vn)

ນີ້ແມ່ນຄັ້ງທຳອິດ ທີ່ກອງປະຊຸມສົ່ງເສີມການລົງທຶນຂະໜາດໃຫຍ່ໄດ້ຮັບການຈັດຕັ້ງທາງອອນລາຍໂດຍມີການເຂົ້າຮ່ວມຂອງວິສາຫະກິດຍີ່ປຸ່ນ 1000 ແຫ່ງຈາກບັນດາສະຖານທີ່ເຊື່ອມຕໍ່ຢູ່ຍີ່ປຸ່ນ ແລະ ໃນທົ່ວໂລກ, ຊຶ່ງສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະການຕັ້ງຄວາມຫວັງຢ່າງໃຫຍ່ຂອງປະຊາຄົມວິສາຫະກິດຍີ່ປຸ່ນຕໍ່ຫວຽດນາມ. ກອງປະຊຸມໄດ້ສະໜອງບັນດາຂໍ້ມູນຂ່າວສານຫຼ້າສຸດກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຕາມທິດສ້າງກອບນິຕິກຳທີ່ສະດວກ, ໂປ່ງໃສ, ແກ້ງແຍ່ງ ໃຫ້ເໝາະສົມກັບທຳນຽມສາກົນ. ທ່ານ ຫວູດ້າຍທັ໊ງ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຢັ້ງຢືນວ່າ:

        ຈຸດທີ່ພວກເຮົາຢາກເນັ້ນໜັກເຖິງນັ້ນ ແມ່ນ ປັດຈຸບັນ ຫວຽດນາມໄດ້ເຊື່ອມໂຍງເຂົ້າກັບບັນດາສັນຍາການຄ້າເສລີໃນທົ່ວໂລກຢ່າງເລິກເຊິ່ງກ້ວາງຂວາງ, ພິເສດແມ່ນສັນຍາ TPP, EVFTA ທີ່ຫາກໍ່ໄດ້ລົງນາມ. ນີ້ຈະແມ່ນໜຶ່ງໃນບັນດາເສັ້ນທາງເພື່ອເຊື່ອມຕໍ່ສິນຄ້າທີ່ໄດ້ຜະລິດຢູ່ຫວຽດນາມກັບບັນດາຕະຫຼາດໃຫຍ່ໃນທົ່ວໂລກຢ່າງແຮງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ