ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການຮ່ວມມືເສດຖະກິດ2ພາກພື້ນອາຊຽນ-SELA

ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບການຮ່ວມມືເສດຖະກິດ2ພາກພື້ນອາຊຽນ-SELA - ảnh 1
(ພາບປະກອບ)

(vovworld) - ຫວ່າງ​ແລ້ວ​ນີ້ ຢູ່​ນະຄອນຫລວງ Caracas ຂອງ ​ເວ​ເນ​ຊູ​ເອລາ. ສະຖານທູດ ຫວຽດນາມ ປະຈຳ ເວ​ເນ​ຊູ​ເອລາ ສົມທົບ​ກັບ​ສະຖານທູດ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ລະບົບ​ເສດຖະກິດອາ​ເມ​ລິ​ກາ​ລາຕີ​ນ (SELA) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ 2 ພາກ​ພື້ນ ອາ​ຊຽນ - SELA. ​ເຂົ້າ​ຮ່ວມ​ເຫດການ​ມີ​ບັນດາ​ເອກ​ອັກ​ຄະ​ລັດຖະທູດ, ອຸປະ​ທູດ​ຊົ່ວຄາວບັນດາ​ປະ​ເທດ ອາ​ຊຽນ ​ແລະ SELA ຢູ່ ​ເວ​ເນ​ຊູ​ເອລາ ພ້ອມ​ກັບ​ນັກ​ຊ່ຽວຊານດ້ານ​ເສດຖະກິດ, ນັກຮຽນ​ຮູ້​ຫລາຍ​ທ່ານ ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ຢູ່​ພາກພື້ນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ​​​, ຜູ້​ແທນ​ຫລາຍ​ທ່ານ​ຂອງ​ບັນດາ​ອົງການ​ເສດຖະກິດ​ພາກ​ພື້ນ ​ແລະ ອະນຸ​ພາກ​ພື້ນ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ, ​ແລກປ່ຽນ​ການ​ຄ້າ, ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​​ໃນການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຝ່າຍ. ບັນດາ​ຜູ້​ແທນ​ກໍ່ເຫັນ​ດີ​ເປັນ​ເອກະ​ພາບ​​ໂດຍຖື​ວ່າ: ການ​ແລກປ່ຽນ​ດ້ານ​ການ​ຄ້າລະຫວ່າງ​ພາກ​ພື້ນຍັ້ງຄົງ​ຂອບ​ເຂດ 2 ​ຝ່າຍ​ເປັນ​ຕົ້ນ ​ແລະ ຍັງ​ບໍ່​ທັນ​ມີ​ພື້ນຖານ​ນິຕິ​ກຳຢ່າງ​ໝັ້ນ​ຄົງ, ຕ່າງຫາກ ​​ເພື່ອ​ເປັນ​ໄມ້​ງັດ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ກຸ່ມ. ສ່ວນຜູ້ຕາງໜ້າ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ລາຍ​ງານ​ກ່ຽວ​ກັບ​ວິວັດ​ການ​ສ້າງ​ຕັ້ງ, ພັດທະ​ນາ​ກໍ່​ຄື​ບັນດາ​ຜົນງານ​ໃຫຍ່​ຂອງ​ປະຊາ​ຄົມ ອາ​ຊຽນ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ ​ໂງ​ຕ໋ຽນຢຸງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ​ເວ​ເນ​ຊູ​ເອລາ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ນຳ​ຂັ້ນ​ສູງ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຄວນ​ເພີ່ມ​ທະວີ​ການ​ພົບ​ປະ, ​ແລກປ່ຽນ ​ແລະ ລົງ​ນາມ​​ໃນບັນດາ​ຂໍ້​ຕົກ​ລົງ, ສັນຍາ​ແມ່​ກ່ຽວກັບການ​ຮ່ວມ​ມືລະຫວ່າງ​ຕໍ່​ພາກ​ພື້ນ ​ເພື່ອ​ເປັນ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່ການ​ເພີ່ມ​ທະວີ ​ແລະ ​ເປີກ​ກ້ວາງ​ການ​ຮ່ວມ​ມື​ໃນ​ຫລາຍ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ