ຈັດຕັ້ງການດຳ​ເນີນຊີວິດດ້ານສາສະໜາຢ່າງເປັນປົກກະຕິ,ຕ້ອງຮັບປະກັນບັນດາມາດຕະ ການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19

(VOVWORLD) -ວັນທີ 8 ພຶດສະພາ, ທ່ານ ຫວູຈ໊ຽນທັ໊ງ ຫົວໜ້າຄະນະສາສະໜາລັດຖະບານ ຫວຽດນາມ ໄດ້ສະເໜີໃຫ້ການນຳສະມາຄົມ, ບັນດາອົງການສາສະໜາ ແນະນຳຈັດຕັ້ງການເຄື່ອນໄຫວ, ດຳເນີນ ຊີວິດດ້ານສາສະໜາຢ່າງເປັນປົກກະຕິ ແຕ່ ຕ້ອງຮັບປະກັນບັນດາ ມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. 
ຈັດຕັ້ງການດຳ​ເນີນຊີວິດດ້ານສາສະໜາຢ່າງເປັນປົກກະຕິ,ຕ້ອງຮັບປະກັນບັນດາມາດຕະ ການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 - ảnh 1

ສະມາຄົມພຸດທະສາສະໜາຫວຽດນາມຈັດຕັ້ງວັນບຸນວິສະຂາບູຊາ (ພາບ: ອົງຄະນະພັກນະຄອນໂຮ່ຈີມິນ)

ສະມາຄົມໄດ້ຂົນຂວາຍຜູ້ມີຍົດສັກຕຳແໜ່ງ, ສາສະນິກະຊົນທີ່ເຊື່ອຖືສາສະໜາ ໂດຍເປັນຊາວຕ່າງປະເທດ ຫຼື ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ໂດຍສະເພາະແມ່ນເຂດເກີດໂລກລະບາດໃຫ້ຈຳກັດການເຂົ້າເມືອງ ຫວຽດນາມ,  ທຸກໆກໍລະນີ ເຂົ້າເມືອງຫວຽດນາມລ້ວນແຕ່ຕ້ອງປະຕິບັດການແຍກຕົວລວມໝູ່ໃນຮອບເວລາ 14 ວັນຕາມຂໍ້ກຳນົດ. ທ່ານ ໂງມິງເຈົາ ຮອງປະທານຄະນະກຳມະການນະຄອນ ໂຮຈີມິນໃຫ້ຮູ້ວ່າ:

ນະຄອນໂຮ່ຈີມິນໄດ້ມີເອກະສານຊີ້ນຳບັນດາຮາກຖານສາສະໜາໃຫ້ດຳເນີນພິກຳຕ່າງໆ ຢ່າງເປັນປົກກະຕິ,ບັນດາການປະຊຸມທີ່ເຕົ້າໂຮມກັນຫຼາຍຄົນກໍ່ໃຫ້ດຳເນີນ ຢ່າງ ເປັນປົກກະຕິແຕ່ວ່າ ຕ້ອງປະຕິບັດບັນດາມາດຕະການປ້ອງກັນ,ສະກັດກັ້ນໂລກ ລະບາດໃຫ້ເຂັ້ມງວດ ເປັນຕົ້ນແມ່ນໃສ່ຜ້າ ອັດປາກ, ລ້າງມື, ຂ້າເຊື້ອ

ບັນດາຮາກຖານກວດ, ປິ່ນປົວພະຍາດຂອງອົງການສະມາຄົມສາສະໜາຄືຫ້ອງປົວພະຍາດດ້ວຍຢາພື້ນເມືອງ,ຫ້ອງກວດພະຍາດເຕ້ວຕິງເດືອງ… ຕ້ອງຕິດຕາມກວດ ສຸຂະພາບ ໃຫ້ແກ່ປະຊາຊົນໃນຊຸມຊົນ, ຮັບໃຊ້, ດູແລ ແລະ ກວດ, ປິ່ນປົວພະຍາດໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ, ຜູ້ທຸກຍາກ… ໄດ້ເຄື່ອນໄຫວເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ