ຈັດຕັ້ງການສະເຫຼີມສະຫຼອງ140ປີແຫ່ງວັນຄ້າຍວັນເກີດຜູ້ຮັກສາການປະທານປະເທດຮິ່ງທຸກຄ໋າງ

ຈັດຕັ້ງການສະເຫຼີມສະຫຼອງ140ປີແຫ່ງວັນຄ້າຍວັນເກີດຜູ້ຮັກສາການປະທານປະເທດຮິ່ງທຸກຄ໋າງ - ảnh 1
ເຮືອນ​ທີ່​ລະ​ນຶກ​ທ່ານ ຮິ່ງ​ທຸກ​ຄ໋າງ

(vovworld) - ຕອນ​ບ່າຍ​ວັນ​ທີ 22/9, ຢູ່ ຮ່າ​ໂນ້ຍ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ,ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກວາງ​ນາມ ໄດ້​ຈັດ​ຕັ້ງ​ກ​ານ​ປະ​ຊຸມ​ຂ່າວ​ແນະ​ນຳ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 140 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຜູ້​ຮັກ​ສາ​​ການ​ປະ​ທານ​ປະ​ເທດ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ (1/10/1876 – 1/10/2016) ຮິ່ງ​ທຸກ​ຄ໋າງ. ທ່ານ ດິງ​​ຮ່າຍ, ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ແຂວງ ກວາງ​ນາມ, ໃຫ້​ຮູ້​ວ່າ:

   “ການ​ເຄື່ອນ​ໄຫວ​ທຳ​ອິດ​ແມ່ນ​ຄະ​ນະ​ຊາວ​ໜຸ່ມ​ໄດ້​ຈັດ​ຕັ້ງ​ການ​ເສັງ​ກ່ຽວ​ກັບ​ຊີ​ວິດກໍ່​ຄື​ພາ​ລະ​ກິດ​ຂອງ​ຜູ້​ຮ​ັກ​ສາ​ການປະ​ທານ​ປະ​ເທດ ຮິ່ງ​ທຸ​ກ​ຄ໋າງ​ຢ່າງ​ກ້​ວາງ​ຂວາງ​ໃນ​​ໝູ່ຊາວ​ໜຸ່ມ​. ທີ​ສອງ​ແມ່ນ​ຈັດ​ຕັ້ງ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ແນະ​ນຳ​ບ​ັນ​ດາ​ຟິມ​ຮູບ​ເງົາ​ເອ​ກະ​ສານ​ກ່ຽວ​ກັບ​ທ່ານ ຮິ່ງ​ທຸກ​ຄ໋າງ, ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ກ່ຽວ​ກັບ​ຊີ​ວິດ, ກາ​ນ​ເຄື່ອນ​ໄຫວ​ຂອງ​ເພີ່ນ… ປະ​ກອບ​ສ່ວນ​ສຶກ​ສາ​ໃ​ຫ້​ລຸ່ນ​ໜຸ່ມກໍ່​ຄື​ປະ​ຊາ​ຊົນ​ມີ​ຄວາມ​ຮູ້​​ຢ່າງເລິກ​ເຊິ່ງ​ກ່​ວາ​ກ່ຽວ​ກັບ​ທ່ານ ຮິ່ງ​ທຸກ​ຄ໋າງ”


ຂ່າວ/ບົດ​ອື່ນ