​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ວັນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ແກ່​ເດັກ​ນ້ອຍ​ຢູ່​ຫຼາຍທ້ອງ​ຖິ່ນ

(VOVWORLD) -ເນື່ອງໃນໂອກາດວັນບຸນໄຫວ້ພະຈັນປີນີ້, ບັນດາທ້ອງຖິ່ນໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆທີ່ມີຄວາມໝາຍ, ສ້າງເງື່ອນໄຂສະດວກໃຫ້ແກ່ເຍົາວະຊົນອະນຸຊົນ, ພິເສດແມ່ນພວກນ້ອງທີ່ປະສົບກັບຄວາມຫຍຸ້ງຍາກ, ບັນດານັກຮຽນພິການ…ເພື່ອຕ້ອນຮັບວັນບຸນໄຫວ້ພະຈັນທີ່ມ່ວນຊື່ນ.
​ຈັດ​ຕັ້ງການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ວັນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ແກ່​ເດັກ​ນ້ອຍ​ຢູ່​ຫຼາຍທ້ອງ​ຖິ່ນ - ảnh 1ພາບປະກອບ (bienphong.com.vn) 

ຕອນຄ່ຳວັນທີ 11 ກັນຍາ, ທີ່ຫໍເຍົາວະຊົນ ແຂວງເຊີນລາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສົມທົບກັບ ຫໍເຍົາວະຊົນ ຈັດຕັ້ງ ວັນບຸນໄຫວ້ພະຈັນປີ 2019 ໃຫ້ແກ່ນ້ອງນ້ອຍເຍົາວະຊົນດ້ວຍຫົວຂໍ້ “ວັນບຸນໄຫວ້ພະຈັນແຫ່ງດອກບານຂາວ” ລາຍການມີການສະແດງສິລະປະພິເສດໂດຍບັນດານ້ອງນ້ອຍທີ່ມາຈາກບາງໂຮງຮຽນໃນບໍລິເວນນະຄອນ ເຊີນລາ ສະແດງ. ນະທີ່ນີ້, ຄະນະຈັດຕັ້ງກໍ່ໄດ້ມອບທຶນການສຶກສາ 100 ທຶນໃຫ້ແກ່ພວກນ້ອງນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງເຊີນລາ, ທ່ານນາງ ທ່າວທິຮົ່ງຍຸງ, ຜູ້ອຳນວຍການຫໍເຍົາວະຊົນແຂວງເຊີນລາ, ໃຫ້ຮູ້ວ່າ:

        ປີນີ້, ຫໍເຍົາວະຊົນໄດ້ສົມທົບກັບ VOV ຈັດຕັ້ງ ວັນບຸນໄຫວ້ພະຈັນດ້ວຍເປົ້າໝາຍສ້າງບັນຍາກາດທີ່ດີ, ປອດໄສ ແລະ ມີປະໂຫຍດໃຫ້ແກ່ພວກນ້ອງເຍົາວະຊົນບັນດາຊົນເຜົ່າແຂວງເຊີນລາເນື່ອງໃນໂອກາດວັນບຸນໄຫວ້ພະຈັນ. ຜ່ານນັ້ນຢາກເປັນກຳລັງໃຈ, ສົ່ງເສີມພວກນ້ອງນ້ອຍກ້າວເຂົ້າສູ່ສົກຮຽນໃຫມ່ຢ່າງມ່ວນຊື່ນ, ແຂ່ງຂັນກັນສ້າງຜົນງານການຮ່ຳຮຽນຫຼາຍຢ່າງໃນສົກຮຽນໃໝ່ ແລະ ບັນດາການເຄື່ອນໄຫວຂອງກອງເຍົາວະຊົນ

        ເນື່ອງໃນໂອກາດວັນບຸນໄຫວ້ພະຈັນ 2019, ວັນທີ 11 ກັນຍາ, ກອງບັນຊາການຕຳຫຼວດທະເລ 2 ຕັ້ງທັບຢູ່ເມືອງ ນຸ໊ຍແທ່ັງ, ແຂວງກ໋ວາງນາມ,ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ 60 ພູດ ໃຫ້ແກ່ນ້ອງນ້ອຍຢູ່ສູນຟື້ນສະມັດຕະພາບຂອງເດັກນ້ອຍພິການເມືອງຝູນິງ. ການເຄື່ອນໄຫວຕ່າງໆໃນວັນບຸນໄຫວ້ພະຈັນກໍ່ໄດ້ຈັດຕັ້ງຢູ່ແຂວງ, ນະຄອນຕ່າງໆໃນທົ່ວປະເທດຄື: ວິ້ງລອງ, ຟານທຽດ…

ຕອບກັບ

ຂ່າວ/ບົດ​ອື່ນ