ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 131 ປີ

(VOVWORLD) -       ວັນທີ 19 ພຶດສະພາ, ຫໍພິພິທະພັນປະຫວັດສາດ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບ ຫໍພິພິທະພັນ ໂຮ່ຈີມິນ - ສາຂານະຄອນ ໂຮ່ຈີມິນ ຈັດຕັ້ງງານວາງສະແດງພາບຖ່າຍ ດ້ວຍຫົວຂໍ້ “ປະທານ ໂຮ່ຈີມິນ - ຊື່ຂອງເພິ່ນງາມທີ່ສຸດ”.
ຈັດ​ຕັ້ງ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ ເພື່ອ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 131 ປີ - ảnh 1ງານວາງສະແດງພາບຖ່າຍ “ປະທານ ໂຮ່ຈີມິນ - ຊື່ຂອງເພິ່ນງາມທີ່ສຸດ”(ພາບ: baotintuc.vn)

ດ້ວຍເອກະສານ, ພາບຖ່າຍທີ່ພົ້ນເດັ່ນຫຼາຍກວ່າ 100 ຢ່າງ ໄດ້ວາງສະແດງ, ແນະນຳໂດຍສັງເຂບຊີວິດຂອງປະທານ ໂຮ່ຈີມິນ; ຄວາມຮັກແພງຂອງພໍ່ແມ່ປະຊາຊົນ, ຂອງເພື່ອນມິດສະຫາຍ ແລະ ມວນມະນຸດທີ່ມີຕໍ່ເພິ່ນ ກໍຄື ບັນດາພາບຖ່າຍທີ່ສະແດງອາລົມຈິດຄວາມຮັກແພງຂອງປະຊາຊົນໃນໂລກທີ່ສະຫງວນໃຫ້ແກ່ ປະທານ ໂຮ່ຈີມິນ.

        ກໍໃນຕອນເຊົ້າວັນທີ 19 ພຶດສະພາ, ຢູ່ນະຄອນ ເກີ່ນເທີ ໄດ້ປຸກລະດົມ “ການປູກຕົ້ນໄມ້” ແລະ ຜັນຂະຫຍາຍການປະຕິບັດ ໂຄງການປູກຕົ້ນໄມ້ 1 ຕື້ ຕົ້ນ “ເພື່ອປະເທດ ຫວຽດນາມ ຂຽວຕາມ”. ສ່ວນຢູ່ແຂວງ ບິ່ງທ້ວນ, ຫໍພິພິທະພັນ ໂຮ່ຈີມິນ ສາຂາ ບິ່ງທ້ວນ ກໍໄດ້ຈັດຕັ້ງງານວາງສະແດງພາບຖ່າຍເອກະສານ ແນະນຳກ່ຽວກັບຊີວິດ, ພາລະກິດຂອງປະທານ ໂຮ່ຈີມິນ ແລະ ປະທານ ໂຮ່ຈີມິນ ກັບການເລືອກຕັ້ງສະພາແຫ່ງຊາດ. ງານວາງສະແດງດັ່ງກ່າວຈະດຳເນີນຮອດທ້າຍເດືອນ 6 ປີ 2021 ຈຶ່ງອັດລົງ.     


ຕອບກັບ

ຂ່າວ/ບົດ​ອື່ນ