ຈັດຕັ້ງການເລືອກຕັ້ງກ່ອນກຳນົດເວລາໃຫ້ແກ່ພະນັກງານ,ນັກຮົບຢູ່ບັນດາເຮືອນຮ້ານຍາມDK1

ຈັດຕັ້ງການເລືອກຕັ້ງກ່ອນກຳນົດເວລາໃຫ້ແກ່ພະນັກງານ,ນັກຮົບຢູ່ບັນດາເຮືອນຮ້ານຍາມDK1 - ảnh 1
ນັກ​ຮົບ​ຢູ່ ເຮືອນ​ຮ້ານ​ຍາມ DK1 ປ່ອນ​ບັດ​ເລືອກ​ຕັ້ງ
ພາບ:TTXVN

(vovworld)- ວັນ​ທີ 9/5, ຢູ່ ສຳ​ນັກ​ງານກອງ​ພົນ​ນ​້ອຍ 171 ກອ​ງ​ທັບ​ເຮືອ, ສະ​ພາ​ເລືອກ​ຕັ້ງ​ນະ​ຄອນ ຫວູງ​ເຕົາ ໄດ້​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ຢູ່​ເຂດ​ປ່ອນ​ບັດ​ເລກ​ທີ 12 ຕາ​ແສງ 11 ນະ​ຄອນ ຫວູງ​ເຕົາ. ນີ້​ແມ່ນ​ເຂດ​ທີ່​ມີ​ຜູ້​ມີ​ສິດ​ເລືອກ​ຕັງ​ກວ່າ 1.500 ຄົນ ຊື່ງ​ແມ່ນ​ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ບັນ​ດາ​ຫົວ​ຫນ່ວຍ​ລວມ​ມີ: ກອງ​ພົນ​ນ້ອຍ 171 ​ຂອງກອງ​ທັບ​ເຮືອ, ກອງ​ພັນ DK1, ກອງກວດ​ກາ​ການ​ປະ​ມົງ​ເລກ​ 2 ແລະ ບາງ​ກົມ​ກອງ​ທີ່ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​ກອງ​ທັບ​ເຮືອ​ເຂດ 2 ​ທີ່ຕັ້ງ​​ທັບ​ຢູ່​ນະ​ຄອນ ຫວູງ​ເຕົາ ​ພວມກະ​ກຽມ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ຫນ້າ​ທີ່​ໃນ​ຫລາຍມື້​ບົນ​ທະ​ເລ ຈະ​ດຳ​ເນີນ​ການ​ປ່ອນ​ບັດ​ກ່ອນ​ກຳ​ນົດ​ເວ​ລາ.

​ການເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ຢູ່ ຫນ່ວຍ​ເລືອກ​ຕັ້ງ​ເລກ​ທີ 12 ນະ​ຄອນ ຫວູງ​ເຕົາ ດຳ​ເນີນ​ໄປ​ຢ່າງ​ເຂັ້ມ​ງວດ, ຖືກ​ຕ້ອງ​ກັບ​ກົດ​ໝາຍ. ເຂດ​ປ່ອນ​ບັດ​ເລກ​ທີ 12 ຈະ​​ສ​ືບ​ຕໍ່​ດຳ​ເນີນຮອດ​ວັນ​ທີ 21/5 ເພ​ື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ມາ​ປ່ອນ​ບັດ​ກ່ອນ​ທີ່​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ.

ຕອບກັບ

ຂ່າວ/ບົດ​ອື່ນ