ຈັດຕັ້ງບຸນປີໃໝ່ປະຈຳຊາດ ກຳປູເຈຍ-ລາວ-ມຽນມາ-ໄທ ປີ 2018 ຢູ່ນະຄອນໂຮ່ຈີມິນ

(VOVWORLD) - ບຸນປີໃໝ່ປະຈຳຊາດ ກຳປູເຈຍ - ລາວ - ມຽນມາ - ໄທ ປີ 2018 ໄດ້ດຳເນີນໃນຕອນເຊົ້າວັນທີ 11 ເມສາຢູ່ວັດ ໂຟມິງ ນະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດບຸນປີໃໝ່ - Chol Chnam Thmay ຂອງ ກຳປູເຈຍ, ບຸນປີໃໝ່ຂອງ ລາວ, ບຸນ Thing-yang ຂອງ ມຽນມາ ແລະ ບຸນ Song-kran ຂອງ ໄທ.
ຈັດຕັ້ງບຸນປີໃໝ່ປະຈຳຊາດ ກຳປູເຈຍ-ລາວ-ມຽນມາ-ໄທ ປີ 2018 ຢູ່ນະຄອນໂຮ່ຈີມິນ - ảnh 1 ບັນດາຜູ້ແທນເຂົ້າຮ່ວມບຸນປີໃໝ່ (ພາບອິນເຕີແນັດ)

ເຫດການໂດຍສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນ ໂຮ່ຈີມິນ (HUFO) ພ້ອມກັບຄະນະພຸດທະສາສະໜາສາກົນ, ສະມາຄົມພຸດທະສາສະໜາ ຫວຽດນາມ ນະຄອນໂຮ່ຈີມິນ ສົມທົບກັນຈັດຕັ້ງຂຶ້ນ.

        ເຂົ້າຮ່ວມເຫດການດັ່ງກ່າວ, ທ່ານນາງ ອຸຣີຣັກ ຣັດຕະນະປຶກ ຫົວໜ້າສະຖານກົງສູນໃຫຍ່ ໄທ ປະຈຳ ນະຄອນໂຮ່ຈີມິນ ໄດ້ສະແດງຄວາມເປັນກຽດ ແລະ ພາກພູມໃຈ ເມື່ອໄດ້ເຂົ້າຮ່ວມບຸນປີໃໝ່ ກຳປູເຈຍ - ລາວ - ມຽນມາ - ໄທ ທີ່ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ. ຕີລາຄາສູງຄວາມໝາຍການຈັດຕັ້ງບຸນ, ທ່ານນາງ ອຸຣີຣັກ ຣັດຕະນະປຶກ ເນັ້ນໜັກວ່າ: ພ້ອມກັບຄວາມໝາຍອັນດີງາມຂອງວັນບຸນປີໃໝ່, ເລື່ອງຈັດຕັ້ງບຸນປີໃໝ່ປີນີ້ ແມ່ນໂອກາດເພື່ອໃຫ້ປະຊາຊົນບັນດາປະເທດ ກຳປູເຈຍ - ລາວ - ມຽນມາ - ໄທ - ຫວຽດນາມ ສະແດງນ້ຳໃຈ, ຄວາມສາມັກຄີ ແລະ ເປັນຈິດໜຶ່ງໃຈດຽວ.

ຕອບກັບ

ຂ່າວ/ບົດ​ອື່ນ