ຈັດຕັ້ງບຸນປີໃໝ່ປະຈຳຊາດໃຫ້ນັກສຶກສາລາວ ແລະ ໄທ

ຈັດຕັ້ງບຸນປີໃໝ່ປະຈຳຊາດໃຫ້ນັກສຶກສາລາວ ແລະ ໄທ - ảnh 1
ຈັດ​ຕັ້ງ​ບຸນປີ​ໃໝ່​ປະ​ຈຳ​ຊາດ​ໃຫ້​ນັກ​ສຶກສາລາ​ວ ​ແລະ ​ໄທ
(ພາບອີນເຕີແນດ)


(vovworld) - ຕອນ​ບ່າຍ​ວັນ​ທີ 12/4, ​ມະຫາ​ວິທະຍາ​ໄລ​ວິ​ງ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບບຸນປີ​ໃໝ່, ບຸນ​ສົງການ​ໃຫ້​ນັກ​ສຶກສາລາ​ວ ​ແລະ ​ໄທ​ທີ່​ພວມ​ຮຳ່ຮຽນ​​ໃນ​ໂຮງຮຽນ​ດັ່ງກ່າວ. ງານ​ບຸນ​ດຳ​ເນີນ​ໄປ​ຢ່າງ​ສົມ​ກຽດ ດ້ວຍ​ຮີດຄອງ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ລາວ ​ແລະ ​ໄທ​ຄື: ພິທີ​ບາສີສູ່​ຂວນ, ຫົດ​ນ້ຳ, ພ້ອມ​ກັບ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເຕັມ​ໄປ​ດ້ວຍ​ສີສັນ​ຊາດ​ ​ໂດຍ​ນັກ​ສຶກສາລາ​ວ, ​ໄທ ​ແລະ ຫວຽດນາມ​ສະ​ແດງ.

ການ​ເຄື່ອນ​ໄຫວ​ນີ້​ໄດ້​ຊ່ວຍ​ໃຫ້​ນັກ​ສຶກສາລາ​ວ, ​ໄທ​ໄດ້​ຕ້ອນ​ບຸນປີ​ໃໝ່​ດ້ວຍ​ຄວາມ​ອົບ​ອຸ່ນ, ມີ​ຄວາມ​ໝາຍ, ທັງ​ປະກອບສ່ວນ​ເພີ່ມ​ທະວີ​ນຳ້​ໃຈ​ມິດຕະພາບ​ລະຫວ່າງ 3 ປະ​ເທດ​ຫວຽດນາມ - ລາວ - ​ໄທ ກວ່າ​ອີກ.

ຂ່າວ/ບົດ​ອື່ນ