ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ລາວຢ່າງສົມກຽດ

(VOVWORLD) - ປີ 2018 ແມ່ນປີທີ່ການພົວພັນວປ້ອງກັນຊາດ ຫວຽດນາມ - ລາວ ສືບຕໍ່ມີບາດກ້າວຂະຫຍາຍຕົວໃໝ່, ແທດຈິງ, ມີປະສິດທິຜົນ ແລະ ເລິກເຊິ່ງກວ່າເກົ່າໃນທຸກຂົງເຂດ

ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ລາວຢ່າງສົມກຽດ - ảnh 1

 ພັນເອກ ຕ່າວວັນຖາຍ, ທູດທະຫານ ຫວຽດນາມ ປະຈຳລາວ

(ພາບ: Phạm Kiên/TTXVN)

ຕອນຄ່ຳວັນທີ 20 ທັນວາ, ຢູ່ນະຄອນຫຼວງວຽງຈັນ - ລາວ, ທູດທະຫານ ຫວຽດນາມ ປະຈຳລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 74 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (22 ທັນວາ 1944 – 22 ທັນວາ 2018) ຢ່າງສົມກຽດ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ພັນເອກ ຕ່າວວັນຖາຍ, ທູດທະຫານ ຫວຽດນາມ ປະຈຳລາວ, ຊີ້ແຈ້ງວ່າ: ປີ 2018 ແມ່ນປີທີ່ການພົວພັນວປ້ອງກັນຊາດ ຫວຽດນາມ - ລາວ ສືບຕໍ່ມີບາດກ້າວຂະຫຍາຍຕົວໃໝ່, ແທດຈິງ, ມີປະສິດທິຜົນ ແລະ ເລິກເຊິ່ງກວ່າເກົ່າໃນທຸກຂົງເຂດ. ພັນເອກ ຕ່າວວັນຖາຍ ເນັ້ນໜັກ ວ່າປີ 2019 ເປັນປີທີ່ກອງທັບ ແລະ ປະຊາຊົນສອງຊາດ ຫວຽດນາມ - ລາວ ຈະຈັດຕັ້ງເຫດການສະເຫຼີມສະຫຼອງວັນສຳຄັນທາງປະຫວັດສາດຄື 70 ແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ແລະ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ. 70 ແຫ່ງວັນສ້າງຕັ້ງທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ໄປປະຈຳລາວ.

ເນື່ອງໃນໂອກາດນີ້, ຕາງໜ້າໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ, ຫ້ອງການທູດທະຫານ ຫວຽດນາມ ປະຈຳລາວ, ພັນເອກ ຕ່າວວັນຖາຍ ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ, ປະຊາຊົນ ແລະ ກອງທັບ ລາວອ້າຍນ້ອງ ໃນປີຜ່ານມາຍາມໃດກໍ່ເອົາໃຈໃສ່, ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນຮ່ວມມືປ້ອງກັນຊາດ, ການທະຫານສອງປະເທດ; ຂອບອົກຂອບໃຈຕໍ່ບັນດາຫ້ອງການທູດທະຫານຂອງບັນດາປະເທດປະຈຳລາວ ກ່ຽວກັບການຮ່ວມມື, ຊ່ວຍເຫຼືອ ກອງທັບປະຊາຊົນ ຫວຽດນາມ ແລະ ຫ້ອງການທູດທະຫານ ຫວຽດນາມປະຈຳລາວ.

ຕອບກັບ

ຂ່າວ/ບົດ​ອື່ນ