ຈັດ​ຕັ້ງພິ​ທີໄວ້ອາໄລ, ປົງ​ອັດ​ຖິນັກ​ຮົບ, ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ​່ຽວ​ຊານ ຫວຽດ​ນາມ​ເສຍ​ສະຫຼະ​ຊີ​ວິດຢ​ູ່​ລາວ

(VOVWORLD) - "ປະຫວັດຊາດຂອງສອງປະເທດ ຫວຽດນາມ ແລະ ລາວ ຈະຈາລຶກຄຸນງາມຄວາມດີບັນດານັກວິລະຊົນຂອງປະເທດ ຫວຽດນາມ ເຊິ່ງໄດ້ເສຍສະຫຼະເລືອດເນື້ອຂອງຕົນເພື່ອພາລະກິດປະຕິວັດສາກົນອັນສູງສົ່ງ"
ຈັດ​ຕັ້ງພິ​ທີໄວ້ອາໄລ, ປົງ​ອັດ​ຖິນັກ​ຮົບ, ທະ​ຫານ​ອາ​ສາ​ສະ​ໝັກ ແລະ ນັກ​ຊ​່ຽວ​ຊານ ຫວຽດ​ນາມ​ເສຍ​ສະຫຼະ​ຊີ​ວິດຢ​ູ່​ລາວ - ảnh 1 ພິທີປົງອັດຖິບັນດານັກຮົບ(ພາບ:Thuathienhue.gov.vn

ວັນທີ 7 ພຶດສະພາ, ແຂວງເທື່ອທຽນ - ເຫ້ວ, ປະເທດ ຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ປົງ ອັດຖິນັກຮົບ, ທະຫານອາສາສະໝັກ ແລະ ນັກຊ່ຽວຊານ ຫວຽດນາມ 18 ຊຸດທີ່ເສຍສະຫຼະຊີວິດຢູ່ສະໜາມຮົບ ລາວ ເພື່ອສົ່ງກັບເມືອເຂດສຸສານນັກຮົບນະຄອນ ເຫ້ວ. ທີ່ນີ້, ຕາງໜ້າຂອງສອງທ້ອງຖິ່ນ ແມ່ນ ເທື່ອທຽນ - ເຫ້ວ ແລະ ສາລະວັນ (ລາວ) ໄດ້ກ່າວປາໄສເນັ້ນໜັກວ່າ: ປະຫວັດຊາດຂອງສອງປະເທດ ຫວຽດນາມ ແລະ ລາວ ຈະຈາລຶກຄຸນງາມຄວາມດີບັນດານັກວິລະຊົນຂອງປະເທດ ຫວຽດນາມ ເຊິ່ງໄດ້ເສຍສະຫຼະເລືອດເນື້ອຂອງຕົນເພື່ອພາລະກິດປະຕິວັດສາກົນອັນສູງສົ່ງ. ການເສຍສະຫຼະ ແລະ ມີຄຸນງາມຄວາມດີອັນໃຫຍ່ຫຼວງນີ້ໄດ້ສ້າງ ໜ້າປະຫວັດສາດອັນສະຫງ່າງາມທີ່ເປັນມູນເຊື້ອກ່ຽວກັບຈິດໃຈສາມັກຄີ, ນຳໃຈມິດຕະພາບແບບພິເສດສະເໝີຕົ້ນສະເໝີປາຍລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ  ແລະ ລາວ. ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈາລຶກຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດານັກນັກຮົບວິລະຊົນ, ບັນດາລູກຮັກຫຼານແພງຂອງປະຊາຊົນ ຫວຽດນາມ ຕະຫຼອດການ. ຊື່ສຽງ ແລະ ການອຸທິດຂອງທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມຈະໄດ້ຈົດຈຳເຂົ້າໃນປະຫວັດສາດຂອງການປະຕິວັດລາວຈົນຊົ່ວກາລະນານ.

ຕອບກັບ

ຂ່າວ/ບົດ​ອື່ນ