ຈັດ​ຕັ້ງ​ວັນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ເດັກ​ນ້ອຍ​ຢູ່​ທ້ອງ​ຖິ່ນ​ຕ່າງໆ

(VOVWORLD) -ວັນທີ 25 ກັນຍາ, ຢູ່ໂຮງໝໍມະເຮັງກ້ອນເບົ້າດ່ານັ້ງ, ໄດ້ດຳເນີນລາຍການ “ບຸນໄຫວ້ພະຈັນໃຫ້ເດັກນ້ອຍ” ທີ່ສະຫງວນໃຫ້ແກ່ ຄົນເຈັບທີ່ເປັນເດັກນ້ອຍ ເຊິ່ງພວມປິ່ນປົວຢູ່ໂຮງໝໍມະເຮັງກ້ອນເບົ້າດັ່ງນັ້ນ. 
ຈັດ​ຕັ້ງ​ວັນ​ບຸນ​ໄຫວ້​ພະ​ຈັນ​ໃຫ້​ເດັກ​ນ້ອຍ​ຢູ່​ທ້ອງ​ຖິ່ນ​ຕ່າງໆ - ảnh 1 ລາຍການ “ບຸນໄຫວ້ພະຈັນໃຫ້ເດັກນ້ອຍ”

ຄົນເຈັບເຫຼົ່ານັ້ນໄດ້ຮັບຊົມລາຍການສະແດງສິລະປະ, ເຊີດສິງໂຕ ແລະ ລາຍການເຄື່ອນໄຫວອື່ນ. ໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບຂອງຂວັນໃຫ້ຄົນເຈັບບາງຄົນ ທີ່ປະສົບກັບຄວາມຫຍຸ້ງຍາກພວມປິ່ນປົວຢູ່ໂຮງໝໍ. ຜ່ານບັນດາລາຍການເຄື່ອນໄຫວຕ່າງໆ, ຄະນະຈັດຕັ້ງຫວັງວ່າ ຈະນຳເອົາລາຍການຕ້ອນຮັບບຸນໄຫວ້ພະຈັນທີ່ມີຄວາມໝາຍ, ອົບອຸ່ນ ແລະ ເຕັມໄປດ້ວຍຄວາມຮັກແພງມາໃຫ້ຄົນເຈັບດັ່ງກ່າວ.

        ແລະ ກໍ່ໃນວັນດຽວກັນ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ແຂວງກ໋ວາງຈິ ກໍ່ ໄດ້ສົມທົບກັບຄະນະຊາວໜຸ່ມແຂວງຈັດຕັ້ງລາຍການ “ຄ່ຳຄືນວັນເພັງ” ໃຫ້ແກ່ເຍົາວະຊົນ, ອະນຸຊົນຢູ່ໂຮງຮຽນຄົນພິການແຂວງກ໋ວາງຈິ.

        ຕອນຄ່ຳວັນທີ 25 ກັນຍາ, ຢູ່ຫໍວັດທະນະທຳແຮງງານນະຄອນໂຮ່ຈີມິນ, ສະຫະພັນແຮງງານນະຄອນໂຮ່ຈີມິນພ້ອມກັນກຳມະບານຂະແໜງສາທາລະນະສຸກຈັດຕັ້ງລາຍການ ບຸນໄຫວ້ພະຈັນດ້ວຍຫົວຂໍ້ “ແສງຈັນວັນເພັງທີ່ອົບອຸ່ນ” ແລະ ມອບທຶນສຶກສາ ຫງວຽນດຶກແກ໋ງ ປີ 2020 – 2021 ໃຫ້ແກ່ລູກຂອງຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ