ຈັດຕັ້ງສັບປະດາສິນຄ້າຫວຽດນາມຢູ່ຝະລັ່ງປະສົມຜົນສຳເລັດ

ຈັດຕັ້ງສັບປະດາສິນຄ້າຫວຽດນາມຢູ່ຝະລັ່ງປະສົມຜົນສຳເລັດ - ảnh 1
ຈັດຕັ້ງສັບປະດາສິນຄ້າຫວຽດນາມຢູ່ຝະລັ່ງປະສົມຜົນສຳເລັດ

(vovworld) – ​ ​ ກະຊວງ​ອຸດສາຫະກຳ​ການ​ຄ້າ ​ແລະ ສະຖານ​ທູດ ຫວຽດນາມ ປະຈຳ ຝະລັ່ງ ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ  ອຸດສາຫະກຳ​ເຂດ Rhone Alpes ຫາ​ກໍ່​ຈັດ​ຕັ້ງ​​ສັບ​ປະດາ​ສິນຄ້າ ຫວຽດນາມ ຢູ່​ນະຄອນ Lyon ຝະລັ່ງ ຢ່າງ​ສຳ​ເລັດ​ຜົນ. ​ເຫດການ​ໄດ້​ດຶງ​ດູດການ​ເຂົ້າ​ຮ່ວມ​ຂອງອົງການ​ການ​ຄ້າ ​ແລະ ວິ​ສາ​ຫະກິດ ຝະລັ່ງ ປະມານ 100 ​ແຫ່ງ​ພ້ອມ​ກັບ​ວິ​ສາ​ຫະກິດ​ ຫວຽດນາມ 20 ​ແຫ່ງ. ບັນດາ​ຜະລິດ​ຕະພັນ​ໄດ້​ວາງສະ​ແດງ​ຢູ່ຮ້ານ​ສັບພະ​ສິນຄ້າCasino Gambetta ຢູ່​ນະຄອນ Lyon ລວມມີ: ໝາກ​ໄມ້, ກຸ້ງ, ​ເຄື່ອງ​ດື່ມ, ​ເຂົ້າສານ…​ອັນ​ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກທ້ອງ​ຖິ່ນ. ​ເນື່ອງ​ໃນ​ໂອກາດ​ນີ້ ກະຊວງ​ອຸດສາ​ຫະກຳ ​ແລະ ການ​ຄ້າ ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ ຝະລັ່ງ ​ແລ​ະ ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ​ເຂດ Rhone Alpes ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ຫວຽດນາມ - ພື້ນຖານ​ເສດຖະກິດ​ພວມ​ພັດທະນາ​ແຮງ” ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ບັນດາ​ວິ​ສາ​ຫະກິດ​ກຳ​ແໜ້ນ​ກາລະ​ໂອກາດ​ພາຍຫລັງ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (EVFTA) ​ໄດ້​ຮັບ​ການ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ. ທ່ານນາງ​ຮອງ​ລັດຖະມົນຕີ​ກະຊວງ​ອຸດ​ສາ​ຫະກຳ​ ​ແລະ ການ​ຄ້າ ​ໂຮ່ທິກີ​ມທວາ ຖື​ວ່າ:

        “EVFTA ຈະ​ສືບ​ຕໍ່ຊຸກຍູ້​ການ​ພົວພັນ​ການ​ຄ້າ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ, ຊ່ວຍ​ເປີດ​ກ້ວາງ​ຕະຫລາດ​ໃຫ້​ສິນຄ້າ​ສົ່ງ​ອອກ​ກ່ວາ​ອີກ, ພິ​ເສດ​ແມ່ນ​ບັນດາ​ຜະລິດ​ຕະພັນ ​ຊຶ່ງ 2 ຝ່າຍ​ມີ​ທ່າ​ແຮງ. ​ເມື່ອ​ສັນຍາ​ໄດ້​ຮັບ​ການ​ປະຕິບັດ, ບັນດາ​ປະ​ເພດ​ສິນຄ້າ​ສົ່ງ​ອອກ​ສຳຄັນສ່ວນ​ຫລາຍ​​ຂອງ ອີ​ຢູ ​ແລະ ບາງ​ປະ​ເພດ​ສິນຄ້າ​ຂອງ ຫວຽດນາມ ຄື: ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງຕ່ຳ​ແຜ່ນ​ຕັດຫຍິບ, ​ເກີ​ບ ໜັງ, ສິນ​ໃນ​ນ້ຳ ຈະ​ໄດ້​ຮັບ​ບຸລິມະສິດ​ກ່ວາ ​ເມື່ອ​​ແຊກ​ຊຶມ​ເຂົ້າ​ຕະຫລາດ​ຂອງ​ປະ​ເທດ​ອື່ນດ້ວຍ​ພື້ນຖານ​ເສດຖະກິດ​ພັດທະນາ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ຕະຫລາດມີ​ຜູ້​ອຸປະ​ໂພ​ກບໍລິ​ໂພ​ກກ່ວາ 90 ລ​້ານຄົນ​ຂອງ ຫວຽດນາມ, ອາດ​ຈະ​ຢືນຢັນ​ວ່າ: ຄວາມ​ສາມາດ​ບົ່ມ​ຊ້ອນ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຝະລັ່ງ ພັດທະນາ​ການ​ພົວພັນ​ເສດຖະກິດ - ການ​ຄ້າ​ກັບ ຫວຽດນາມ ຍິ່ງກ່ວາ​ອີກ ພາຍ​ຫລັງ​ມີ FTA ​ແມ່ນ​ຈະ​ແຈ້ງ​ທີ່​ສຸດ.

 

 

ຂ່າວ/ບົດ​ອື່ນ