ຈັດຕັ້ງສະເຫຼີມສະຫຼອງວັດຊາດ ຫວຽດນາມ ຄົບຮອບ 78 ປີທີ່ຕ່າງປະເທດ

(VOVWORLD) - ຕອນບ່າຍວັນທີ 5 ກັນຍາ, ທີ່ ມົດສະກູ, ສະຖານທູດ ສສ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ວັນທີ 2 ກັນຍາ 1945 – 2 ກັນຍາ 2023   ຄົບຮອບ 78 ປີ.
ຈັດຕັ້ງສະເຫຼີມສະຫຼອງວັດຊາດ ຫວຽດນາມ ຄົບຮອບ 78 ປີທີ່ຕ່າງປະເທດ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນລັດເຊຍ, ດັ໋ງມິງໂຄ່ຍ ກ່າວຄຳເຫັນທີ່ພິທີ (ພາບ: vov)

ປາໄສໃນພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນລັດເຊຍ, ດັ໋ງມິງໂຄ່ຍ, ໄດ້ຕີລາຄາຕໍ່ສາຍພົວພັນຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ - ລັດເຊຍ ພວມພັດທະນາຢ່າງແຂງແຮງໃນທຸກໆຂົງເຂດ, ການຮ່ວມມືທາງດ້ານເສດຖະກິດ - ການຄ້າໄດ້ຮັບການປັບປຸງ ແລະ ເພີ່ມທະວີຢ່າງບໍ່ຢຸດຢັ້ງ. ສ່ວນທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລັດເຊຍ Mikhail Galuzin ໄດ້ຕີລາຄາວ່າ ຫວຽດນາມ ໃນປັດຈຸບັນເປັນປະເທດທີ່ມີພື້ນຖານເສດຖະກິດຂະຫຍາຍຕົວຢ່າງຂະຫຍັນຂັ່ນເຄື່ອນ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ຫວຽດນາມ ເປັນສະມາຊິກທີ່ມີອິດທິພົນ ແລະ ມີຄວາມຮັບຜິດຊອບໃນປະຊາຄົມສາກົນ.

ໃນມື້ດຽວກັນນັ້ນ, ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ກູບາ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາດ ຫວຽດນາມ ວັນທີ 2 ກັນຍາ ທີ່ສະໜາມຫຼວງປະຕິວັດ  Antonio Maceo ຢູ່ Santiago De Cuba

ຕອບກັບ

ຂ່າວ/ບົດ​ອື່ນ