ຈຸດທີ່ເປັນເອກະລັກສະເພາະຂອງຕະຫຼາດນັດໃນບຸນເຕັດເຊິ່ງຈັດຕັ້ງໃນຍາມກາງຄືນ

ຈຸດທີ່ເປັນເອກະລັກສະເພາະຂອງຕະຫຼາດນັດໃນບຸນເຕັດເຊິ່ງຈັດຕັ້ງໃນຍາມກາງຄືນ - ảnh 1
ບຸນ​ເຕັດ, ຕະຫຼາດ​ສາລາ ບິ​ກລາ
(ພາບອິນເຕີແນັດ)

(vovworld) - ນັບ​ແຕ່​ກາງຄືນ​ວັນ​ທີ 2 ​ເຖິງ​ຕອນ​ເຊົ້າ​ວັນ​ທີ 3 ຂອງ​ບຸນ​ເຕັດ, ຕະຫຼາດ​ສາລາ ບິ​ກລາ, ຢູ່​ຕາ​ແສງ ຈ້ຽວດົງ, ​ເມືອງ ຈ້ຽວຟອງ, ​ແຂວງ ກວາງ​ຈິ ກໍ່​ຖືກ​ຈັດຕັ້ງ. ​ເຖິງ​ວ່າ​ພຽງ​ແຕ່​ຈັດ​ຕັ້ງ​ໃນ​ຄືນ​ໜຶ່ງ​ດຽວ​ກໍ່ຕາມ, ​ແຕ່​ຕະຫຼາດນັດ​ນີ້​ພັດ​ມີ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ທີ່​ສຸດ, ດຶງ​ດູດ​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ​ມາ​ຕະຫຼາດ​ນັບ​ພັນ​ເທື່ອ​ຄົນ. ຕະຫຼາດນັດ​ນີ້​ໄດ້​ມີ​ມາ​ກ່ອນ​ນີ້​ນັບ​ຮ້ອຍ​ປີ, ທຸກ​ຄົນ​ມາ​ແຫ່ງ​ນີ້​ເພື່ອ​ພາວະນາ​ຂໍ​ໃຫ້​ດິນ​ຟ້າ​ອາກາດ​ເອື້ອ​ອຳນວຍ​ຄວາມ​ສະດວກ ​ເພື່ອ​ໃຫ້​ລະດູ​ການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ. ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຕະຫຼາດນັດ​ແມ່ນ, ຜູ້​ຂາຍ​ບໍ່​ເວົ້າ​ລາຄາ​ສູງ​ກວ່າ​ລາຄາ​ທີ່ຂາຍຕົວ​ຈິງ ​ແລະ ຜູ້​ຊື້​ກໍ່​ບໍ່​ຕໍ່​ລາຄາ​ຈັກ​ເທື່ອ. ຜູ້​ມາ​ແຫ່ງ​ນີ້​ລ້ວນ​ແຕ່​ມີ​ທັດສະນະ​ວ່າ, ຈະ​ຊື້​ໂຊກ​ຊື້​ໄຊ​ໄດ້​ຫຼາຍ ​ແລະ ລົບ​ລ້າງ​ບັນດາ​ສິ່ງ​ບໍ່​ຈົບ​ບໍ່​ງາມ​ໃນ​ປີ​ໃໝ່. ພາກສ່ວນ​ສຳຄັນ​ທີ່​ສຸດ​ຂອງ​ງານ​ບຸນ​ຕະຫຼາດນັດ​ສາລາ ບິ​ກລາ ​ແມ່ນ​ພິທີ​ຮຽກ​ເທວະ​ດາ​ເຕົ່າ. ​ເອື້ອຍ ຫງວຽນ​ທິກ​ວີ່ນຍື, ຜູ້​ເຂົ້າ​ຮ່ວມ​ງານ​ບຸນ​ຕະຫຼາດນັດ​ສາລາ, ​ແບ່ງປັນ​ວ່າ:

        “ປີ​ໃດ​ນ້ອງ​ກໍ່​ແວ່​ຕະຫຼາດນັດ​ສາລາ ບິ​ກລາ. ງານ​ບຸນ​ນີ້​ມີ​ຊື່​ສຽງ​ແຕ່​ດົນ​ແລ້ວ, ນ້ອງ​ກໍ່​ຢາກ​ມາ​ແຫ່ງ​ນີ້​ເພື່ອ​ພາວະນາ​ໃຫ້​ມີ​ຄວາມ​ໂຊກ​ດີ​ຕະຫຼອດ​ປີ ​ແລະ ຊື້​​ເຄື່ອງ​ເປັນ​ທີ່​ລະນຶກ​ບາງ​ຢ່າງ​ເພື່ອ​ພາວະນາ​ຂໍ​ຄວາມ​ໂຊກ​ດີ“.

ຂ່າວ/ບົດ​ອື່ນ