ຈັດບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 65 ປິ ແຫ່່ງວັນໄຊຊະນະດ້ຽນບຽນຝູ

(VOVWORLD) -  ໃນຊຸມວັນນີ້ ຢູ່ແຂວງດຽນບຽນຝູ ຂອງຫວຽດນາມໄດ້ຈັດຕັ້ງການເຄື່ອນໄຫວວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 65 ປີ ແຫ່່ງວັນໄຊຊະນະ ດ້ຽນບຽນຝູ ຄັ້ງປະຫວັດສາດ. 
ຈັດບັນດາການເຄື່ອນໄຫວແທດຈິງເພື່ອສະເຫຼີມສະຫຼອງ 65 ປິ ແຫ່່ງວັນໄຊຊະນະດ້ຽນບຽນຝູ - ảnh 1 ການແຂ່ງຂັນຖີບລົດຖີບ ດ້ວຍຫົວຂໍ້ “ມາຢາມດ້ຽນບຽນຝູ ປີ 2019” (ພາບ:baochinhphu.vn)

 ພົ້ນເດັ່ນແມ່ນ ງານມະໂຫລານໂຄສະນາເຜີຍແຜ່ແບບເຄື່ອນທີ່, ງານມະໂຫລານໂຄສະນາແນະນໍາກ່ຽວກັບປື້ມອ່ານ, ການແຂ່ງຂັນຖີບລົດຖີບ ດ້ວຍຫົວຂໍ້ “ມາຢາມດ້ຽນບຽນຝູ ປີ 2019”.

        ວັນທີ 02 ພຶດສະພາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມສໍາມະນາສາກົນ ດ້ວຍຫົວຂໍ້ວ່າ - “65 ປີ ບັ້ນຮົບດ້ຽນບຽນຝູ: ພາບລວມຂອງສາກົນ ແລະ ພາຍໃນປະເທດ”. ທ່ານສາດສະດາຈານ ຟ້າມກວາງມິນ, ຜູ້ອໍານວຍການມະຫາວິທະຍາໄລ ວິທະຍາສາດ, ສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ກອງປະຊຸມສໍາມະນານີ້ ໄດ້ເນັ້ນໜັກເຖິງເຫດການດ້ຽນບຽນຝູ ຈາກແງ່່ມູມສາກົນ ແລະ ທ້ອງຖິ່ນ, ມຸ່ງໄປສູ່ການພັດທະນາແບບຍືນຍົງລະຫວ່າງ ຝລັ່ງ ແລະ ຫວຽດນາມ. ເຖິງວ່າ 65 ປີ ໄດ້ຜ່ານພົ້ນໄປແລ້ວກໍຕາມ ແຕ່ສຽງກັງວານ ແລະ ບັນດາຂີດໝາຍຂອງເຫດການດ້ຽນບຽນຝູ ຍັງຄົງດັງກ້ອງຢູ່ຫຼາຍແຫ່ງຫົນໃນໂລກ, ບໍ່ວ່າຈະແມ່ນດ້ານເສດຖະກິດ, ການເມືອງ, ການທະຫານ ຕະຫຼອດຮອດການສຶກສາ ແລະ ວັດທະນະທໍາ, ຈາກສະໜາມຮົບທີ່ນອງເລືອດນັ້ນ, ດ້ຽນບຽນຝູ ໃນມື້ນີ້ໄດ້ກາຍເປັນຈຸດນັດພົບແຫ່ງສັນຕິພາບ, ການຮ່ວມມື ແລະ ມິດຕະພາບລະຫວ່າງບັນດາປະເທດ”.

        ວັນທີ 3 ພຶດສະພາ, ຢູ່ຮ່າໂນ້ຍ, ກົມຄຸ້ມຄອງ ແລະ ສໍາເນົາເອກະສານຂາເຂົ້າຂາອອກແຫ່ງລັດ (ສັງກັດກະຊວງພາຍໃນຫວຽດນາມ) ໄດ້ຈັດຕັ້ງພິທີເປີດຕົວປື້ມອ່ານ “ດ້ຽນບຽນຝູ 13 ມີນາ - 07 ພຶດສະພາ 1954” .

        ໃນຂະນະນັ້ນ, ໃນລະຫວ່າງວັນທີ 3 – 19 ພຶດສະພາ 2019, ທີ່ຫໍພິພິທະພັນວິຈິດສິນຫວຽດນາມ, ຢູ່ເຮືອກເລກທີ 66 ຖະໜົນ ຫງວຽນຖ໊າຍຮອກ, ຮ່າໂນ້ຍ ກໍໄດ້ດໍາເນີນງານວາງສະແດງ ດ້ວຍຫົວຂໍ້ວ່າ “ດ້ຽນບຽນ ໃນປີນັ້ນ”.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ