ຈັດບຸນໄຫວ້ພະຈັນທີ່ມີຄວາມໝາຍໃຫ້ແກ່ເດັກໃນທົ່ວປະເທດ

(VOVWORLD) - ທ່ານນາງຮອງປະທານປະເທດ ໄດ້ມອບທຶນການສຶກສາ 270 ທຶນ, ລົດຖີບ 120 ຄັນ ໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ
ຈັດບຸນໄຫວ້ພະຈັນທີ່ມີຄວາມໝາຍໃຫ້ແກ່ເດັກໃນທົ່ວປະເທດ - ảnh 1(ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຂົ້າຮ່ວມວັນບຸນໄຫວ້ພະຈັນກັບພວກເດັກຢູ່ເມືອງ Ea Hleo)

          ຕອນຄ່ຳວັນທີ 26 ກັນຍາ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ, ປະທານສະພາກອງທຶນອຸປະກະລະເດັກ ຫວຽດນາມ ໄດ້ເຂົ້າຮ່ວມວັນບຸນໄຫວ້ພະຈັນກັບພວກເດັກຢູ່ເມືອງ Ea Hleo, ແຂວງ ດັກລັກ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ໄດ້ມອບທຶນການສຶກສາ 270 ທຶນ, ລົດຖີບ 120 ຄັນ ໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກ, ເຮືອນ 1 ຫຼັງໃຫ້ເດັກກຳພ້າ ແລະ ຂອງຂວັນ 1.500 ພູດ.

          ເນື່ອງໃນໂອກາດວັນບຸນໄຫວ້ພະຈັນປີ 2023 ແລະ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສະມາຄົມໜູນຊ່ວຍຄົນພິການ ຫວຽດນາມ, ໃນວັນທີ 26 ກັນຍາ, ຢູ່ຮ່າໂນ້ຍ, ສະມາຄົມໜູນຊ່ວຍຄົນພິການ ຫວຽດນາມ ໄດ້ຈັດລາຍການ “ແສງສະຫວ່າງແຫ່ງຄວາມເຊື່ອໝັ້ນສຳລັບເດັກ” ຄັ້ງທີ 8. ທີ່ລາຍການ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ້ວັນຈຽນ ໄດ້ມອບຂອງຂວັນໃຫ້ແກ່ເດັກພິການ 200 ຄົນທີ່ປະສົບກັບຄວາມຫຍຸ້ງຍາກພິເສດ. ໃນໂອກາດນີ້, ລາຍການຍັງຂົນຂວາຍຂອບຂວັນ 10.000 ພູດ ເພື່ອມອບໃຫ້ເດັກພິການ ໃນທົ່ວປະເທດ.

          ຕອນຄ່ຳວັນທີ 26 ກັນຍາ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈິມິນ ແລະ ຄະນະຊາວໜຸ່ມນະຄອນ ໄດ້ສົມທົບກັນຈັດ ລາຍການ “ດວງຈັນແຫ່ງຄວາມຮັກ” ເພື່ອເບິ່ງແຍງດູແລເດັກທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດຢູ່ບັນດາສູນລ້ຽງດູ, ປົກປ້ອງເດັກໃນບໍລິເວນນະຄອນ.

          ຕອນຄ່ຳວັນທີ 26 ກັນຍາ, ສະຫະພັນແຮງງານແຂວງ ເບັນແຈ ໄດ້ສົມທົບກັບສູນວັດທະນະທຳ ແລະ ຮູບເງົາ, ຄະນະບໍລິຫານງານສະມາຄົມພູດທະສາສະໜາ ຫວຽດນາມ ໄດ້ຈັດບຸນໄຫວ້ພະຈັນປີ 2023 ດ້ວຍຫົວຂໍ້ “ຄ່ຳຄືນວັນບຸນໄຫວ້ພະຈັນ” ໃຫ້ແກ່ເດັກເປັນລູກຂອງສະມາຊິກຊາວໜຸ່ມ ແລະ ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

          ສ່ວນຢູ່ແຂວງ ບິ່ງທ້ວນ, ຄະນະຊາວໜຸ່ມແຂວງ ບິ່ງທ້ວນ ໄດ້ສົມທົບກັບບັນດາອົງການ, ຫົວໜ່ວຍຈັດລາຍການ “ວັນບຸນໄຫວ້ພະຈັນໃຫ້ເດັກ - ໂຄມໄຟແຫ່ງຄວາມຝັນ” ປີ 2023 ໃຫ້ເດັກຢູ່ເຂດບັນດາເຜົ່າສ່ວນໜ້ອຍຢູ່ເມືອງ ຮ່າມທ້ວນນາມ.

ຕອບກັບ

ຂ່າວ/ບົດ​ອື່ນ