ຈັດ​ພິ​ທີມອບ - ຮັບ​ອັດ​ຖິທະ​ຫານ ອາ​ເມລິ​ກາ ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ ຫວຽດ​ນາມ

(VOVWORLD) -  ລັດຖະບານ ສອງປະເທດ ຫວຽດນາມ ແລະ ອາເມລິກາ ໄດ້ປະຕິບັດບັນດາຄວາມມານະພະຍາຍາມດັ່ງກ່າວມາເປັນເວລາ 35 ປີ, ໂດຍເລີ່ມແຕ່ປີ 1988. ໄລ່ມາຮອດປັດຈຸບັນ, ມີອັດຖິຂອງທະຫານ ອາເມລິກາ 733 ຊຸດ ທີ່ຫາຍສາບສູນໃນປາງສົງຄາມ ຫວຽດນາມໄດ້ຮັບການຢັ້ງຢືນແລ້ວ. 
ຈັດ​ພິ​ທີມອບ - ຮັບ​ອັດ​ຖິທະ​ຫານ ອາ​ເມລິ​ກາ ຫາຍ​ສາບ​ສູນ​ໃນ​ປາງ​ສົງ​ຄາມ ຫວຽດ​ນາມ - ảnh 1ການສົ່ງອັດຖິທະຫານ ອາເມລິກາ ກັບຄືນເມືອປະເທດ ຈັດຂຶ້ນຢູ່ສະໜາມບິນສາກົນ ດ່າໜັງ ໃນວັນທີ 27 ມິຖຸນາ (ພາບ: ສະຖານທູດ ອາເມລິກາ) 

ວັນທີ 27 ມິຖຸນາ, ກະຊວງປ້ອງກັນປະເທດ ອາເມລິກາ ແລະ ຫ້ອງການຄົ້ນຫາຜູ້ຫາຍສາບສູນ ຫວຽດນາມ ໄດ້ຈັດພິທີສົ່ງອັດຖິທະຫານ ອາເມລິກາ ກັບຄືນເມືອປະເທດ ຄັ້ງທີ 161, ມອບ - ຮັບ ອັດຖິທະຫານ ອາເມລິກາ 1 ຊຸດ ທີ່ຫາຍສາບສູນໃນປາງສົງຄາມ ຢູ່ ຫວຽດນາມ ຢູ່ທີ່ສະໜາມບິນສາກົນ ດ່າໜັງ, ນະຄອນ ດ່າໜັງ. ການຊອກຫາອັດຖິດັ່ງກ່າວ ແມ່ນໝາກຜົນຂອງການເຄື່ອນໄຫວຊອກຫາປະສົມ ຄັ້ງທີ 151 ຢູ່ ເງະອານ, ກວ໋າງບິ່ງ ແລະ ນອກຝັ່ງທະເລ ແຂວງ ແຄັງຮວ່າ. ບັນດາຜູ້ຕາງໜ້າຂອງສະຖານທູດ ອາເມລິກາ ປະຈໍາ ຮ່າໂນ້ຍ ແລະ ກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນ ໂຮ່ຈີມິນ ແລະ ສະຖານທູດປະເທດອື່ນໆ ໄດ້ເຂົ້າຮ່ວມເຫດການດັ່ງກ່າວ. ຈຸດປະສົງຂອງຄວາມມານະພະຍາຍາມມະນຸດສະທຳນີ້ ແມ່ນຊອກຫາບັນດາທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ. ລັດຖະບານ ສອງປະເທດ ຫວຽດນາມ ແລະ ອາເມລິກາ ໄດ້ປະຕິບັດບັນດາຄວາມມານະພະຍາຍາມດັ່ງກ່າວມາເປັນເວລາ 35 ປີ, ໂດຍເລີ່ມແຕ່ປີ 1988. ໄລ່ມາຮອດປັດຈຸບັນ, ມີອັດຖິຂອງທະຫານ ອາເມລິກາ 733 ຊຸດ ທີ່ຫາຍສາບສູນໃນປາງສົງຄາມ ຫວຽດນາມໄດ້ຮັບການຢັ້ງຢືນແລ້ວ.  


ຕອບກັບ

ຂ່າວ/ບົດ​ອື່ນ