ຈັດພິທີລະນຶກປີສາມັກຄີມິດຕະພາບ ຫວຽດນາມ - ລາວ ຢູ່ໄທ

ຈັດພິທີລະນຶກປີສາມັກຄີມິດຕະພາບ ຫວຽດນາມ - ລາວ ຢູ່ໄທ - ảnh 1
ພະນັກງານ ສະຖານທູດ ຫວຽດນາມ ແລະ ລາວ
ພາບ:TTXVN


(vovword) - ​ວັນ​ທີ 20/7, ເນື່ອງ​ໃນ​ໂອກາດ​ລະນຶກ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ​ແລະ 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນ​ຍາ​ມິດຕະພາບ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ລາວ, ສະຖານທູດ ຫວຽດນາມ ຢູ່ ນະຄອນຫລວງ ບາງກອກ​ປະ​ເທດ​ໄທ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ພົວພັນ​ແລກ​ປ່ຽນ​ວັດທະນະທຳ, ກິລາ ກັບ​ສະຖານ​ທູດ ລາວ ​ເພື່ອ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ ມິດຕະພາ​ບລະຫວ່າງ​ສອງ​ຝ່າຍ​ໃນ​ປີ​ສາມັກຄີ​ມິ​ດຕະພາບ ຫວຽດນາມ ​ແລະ ລາວ. ທ່ານ

  ຫລີ ບຸນ​ຄ້ຳ ​ເອກ​ອັກຄະລັດຖະທູດ ລາວ​ ຖື​ວ່າ: ການ​ພົວພັນ​ລະຫວ່າງ ລາວ ​ແລະ ຫວຽດນາມ ​ແມ່ນ​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ສະຖານທູດ​ສອງ​ປະ​ເທດ ປະຈຳ​ບາງກອກ ຍາມ​ໃດ​ກໍ​ສະຫງວນ​ໃຫ້​ອາລົມ​ຈິດ​ພິ​ເສດໃຫ້​ກັນ. ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ກິລາ ​ແມ່ນ​ສ່ວນ​ຫນຶ່ງ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ສອງ​ປະ​ເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ