ຈັດພິທີສະເຫຼີມສະຫຼອງ110ປີແຫ່ງວັນຄ້າຍວັນເກີດເລຂາທິການໃຫຍ່ຮ່າຮຸຍເຕີບຢ່າງສົມກຽດ

ຈັດພິທີສະເຫຼີມສະຫຼອງ110ປີແຫ່ງວັນຄ້າຍວັນເກີດເລຂາທິການໃຫຍ່ຮ່າຮຸຍເຕີບຢ່າງສົມກຽດ - ảnh 1
(ການ​ນຳ​ຫວຽດ​ນາມ​ເຂົ້າ​ຮ່ວມພິທີສະເຫຼີມສະຫຼອງ 110 ປ​ີ
ແຫ່ງວັນຄ້າຍວັນເກີດເລຂາທິການໃຫຍ່ຮ່າຮຸຍເຕີບ)

(vovworld) - ຕ​ອນ​ເຊົ້າ​ວັນ​ທີ 23/04, ພິ​ທີສະ​ເຫຼີມ​ສະ​ຫຼອງ 110 ​ປິແຫ່ງວັນ​ຄ້າຍ​ວັນ​ເກີດ​ເລ​ຂາ​ທິ​ການ​ໃຫຍ່ ​ຮ່າ​ຮຸຍ​ເຕີບ (24/04/1906 – 24/04/2016) ຖືກ​ຈັດ​ຂຶ້​ນ​ຢ່າງ​ສົມ​ກຽດ​, ຢ​ູ່​ແຂວງ​ຮ່າ​ຕິ້ງ. ເຂົ້າ​ຮ່ວມ​ພິ​ທີ​ມີ​​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ພ້ອມ​ກັບ​ບັນ​ດາ​ການ​ນຳ, ອະ​ດີດ​ການ​ນຳ​ພັກ, ລັດ ແລະ ການ​ນຳ​ບາງ​ທ້ອງ​ຖິ່ນ​ຂອງ​ລາວ.

        ອ່ານ​ສູນ​ທອນ​ພົດ​ໄຂ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ແຂ​ວງ, ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ແຂວງ​ຮ່​າ​ຕິ້ງ ເລ​ດິງ​ເຊີນ ໄ​ດ້​ຫວນ​ຄ​ືນ​ຊີ​ວິດ ແລະ ພາ​ລະ​ກິດ​ເຄື່ອນ​ໄຫ​ວ​ປະ​ຕິ​​ວັດ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮ່າ​ຮຸຍ​ເຕີບ.

        “​ໂດຍ​ເຂົ້າ​ຮ່ວມການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ມາ​ເປັນ​ເວ​ລາ 15 ປີ, ໃນ​ນັ້ນ​ເກືອບ 2 ປີ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່, ທ່ານ ຮ່າ​ຮຸຍ​ເຕີບ ໄດ້​ພ້ອມ​ກັບ​ຄະ​ນະ​ບໍ​ລິ​ການ​ງານ​ສູນ​ກາງ​ພັກ ນຳ​ພາ​ການ​ປະ​ຕິ​​ວັດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ນຳ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ພັກ ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຮ່າ​ຮຸຍ​ເຕີບ ແມ່ນ​ຜູ້​ທີ່​ໄດ້​ອຸ​ທິ​ດ​ສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ວຽ​ກ​ງານ​ຟື້ນ​ຟູ, ປັບ​ປຸງ, ພັດ​ທະ​ນາ​ພັກ​ກອມ​ມູ​ນິດ​ອິນ​ດູ​ຈີນ; ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແນວ​ທາງ, ນະ​ໂຍ​ບາຍ​ຂອງ​ພັກ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ ເໝາະ​ສົມ​ກັບ​ສະ​ພາບ​ການ​ໃໝ່; ເປັນ​ຜູ້ກໍ່​ຕັ້ງ​ໃຫ້​ການ​ສ້າງວິ​ທະ​ຍາ​ສາດ​ປະ​ຫວັດ​ສາດ​ພັກ”.


ຂ່າວ/ບົດ​ອື່ນ