ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ນັກ​ປະ​ຕິ​ວັດ ຫງວຽນ​ຟອງ​ສັ​ກ ຄົບ​ຮອບ 120 ​ປີ​ຢ່າງ​ສົມ​ກຽດ

(VOVWORLD) -ຢູ່ຫໍວັດທະນະທຳແຮງງານມິດຕະພາບ ຫວຽດນາມ - ໂຊວຽດ, ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງນັກປະຕິວັດ ຫງວຽນຟອງສັກ ຄົບຮອບ 120 ປີ (1/2/1902 – 1/2/2022) ແນໃສ່ເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນ, ການອຸທິດສ່ວນຂອງທ່ານທີ່ມີຕໍ່ການປະຕິວັດ ຫວຽດນາມ.
ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ນັກ​ປະ​ຕິ​ວັດ ຫງວຽນ​ຟອງ​ສັ​ກ ຄົບ​ຮອບ 120 ​ປີ​ຢ່າງ​ສົມ​ກຽດ - ảnh 1ງານວາງສະແດງປຶ້ມອ່ານ, ໜັງສືພິມ ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງນັກປະຕິວັດ ຫງວຽນຟອງສັກ (ພາບ: hanoimoi.com.vn)

ຕອນເຊົ້າວັນທີ 23 ກຸມພາ, ຢູ່ຫໍວັດທະນະທຳແຮງງານມິດຕະພາບ ຫວຽດນາມ - ໂຊວຽດ, ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງນັກປະຕິວັດ ຫງວຽນຟອງສັກ ຄົບຮອບ 120 ປີ (1/2/1902 – 1/2/2022) ແນໃສ່ເຊີດຊູ ແລະ ສະແດງຄວາມຮູ້ບຸນຄຸນ, ການອຸທິດສ່ວນຂອງທ່ານທີ່ມີຕໍ່ການປະຕິວັດ ຫວຽດນາມ; ຢັ້ງຢືນບົດບາດນຳພາຂອງພັກກອມມູນິດ ຫວຽດນາມ, ຂອງປະທານໂຮ່ຈີມິນ ທີ່ມີຕໍ່ພາລະກິດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ; ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມາຕໍ່ການນຳພາຂອງພັກ ແລະ ກິດຈະການປ່ຽນແປງໃໝ່ປະເທດຊາດ ໂດຍພັກລິເລີ່ມ ແລະ ນຳພາ.

     ເນື່ອງໃນໂອກາດນີ້, ວັນທີ 22 ກຸມພາ, ຫໍສະໝຸດ ຮ່າໂນ້ຍ ໄດ້ໄຂງານວາງສະແດງປຶ້ມອ່ານ, ໜັງສືພິມ ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງເພິ່ນເຊັ່ນດຽວກັນ.


ຕອບກັບ

ຂ່າວ/ບົດ​ອື່ນ