ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ ຂຶ້ນ​ຢູ່ ກູ​ບາ, ລາວ, ລັດ​ເຊຍ, ເຢຍ​ລະ​ມັນ

(VOVWORLD) -    ວັນທີ 17 ພຶດສະພາ, ຢູ່ ກູບາ, ລາວ, ລັດເຊຍ ແລະ ເຢຍລະມັນ ມີຫຼາຍກິດຈະກຳຖືກຈັດຂຶ້ນ ແນໃສ່ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 134 ປີ (19/05/1890 – 19/05/2024).
ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ ຂຶ້ນ​ຢູ່ ກູ​ບາ, ລາວ, ລັດ​ເຊຍ, ເຢຍ​ລະ​ມັນ - ảnh 1ພິທີວາງພວງມາລາ ຢູ່ສວນສາທາລະນະ ປະທານ ໂຮ່ຈີມິນ ຢູ່ນະຄອນຫຼວງ La Habana (ພາບ: TTXVN)

  ຢູ່ ກູບາ, ສະຖາບັນ ກູບາ ມິດຕະພາບກັບບັນດາຊົນຊາດ (ICAP) ແລະ ສະຖານທູດ ຫວຽດນາມ ປະຈຳ ກູບາ ໄດ້ຈັດພິທີວາງພວງມາລາ ຢູ່ສວນສາທາລະນະ ປະທານ ໂຮ່ຈີມິນ ຢູ່ນະຄອນຫຼວງ La Habana. ທີ່ພິທີ, ທ່ານ Ruvislei Gonazalez Saez ຮອງປະທານສະມາຄົມມິດຕະພາບ ກູບາ - ຫວຽດນາມ ຢັ້ງຢືນວ່າ ແນວຄິດອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີມິນ, ໜຶ່ງໃນບັນດາການນຳຜູ້ສຳຄັນທີ່ສຸດຂອງສະຕະວັດທີ 20, ຍັງຝັງເລິກຢູ່ໃນຈິດສຳນຶກຂອງປະຊາຊົນ ຫວຽດນາມ 100 ລ້ານຄົນ ແລະ ນັກປະຕິວັດທຸກຄົນໃນໂລກ. ທ່ານ Gonazalez Saez ກໍຍ້ອງຍໍສັນລະເສີນປະທານ ໂຮ່ຈີມິນ ຜູ້ມີວິໄສທັດອັນກວ້າງໄກ, ນັກປະຕິວັດຜູ້ຍິ່ງໃຫຍ່ ທີ່ໄດ້ຕໍ່ສູ້ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍເພື່ອພາລະກິດອັນດີງາມທີ່ສຸດຂອງ ຫວຽດນາມ ແລະ ມວນມະນຸດ.

ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໂຮ່​ຈີ​ມິນ ຄົບ​ຮອບ 134 ປີ ຂຶ້ນ​ຢູ່ ກູ​ບາ, ລາວ, ລັດ​ເຊຍ, ເຢຍ​ລະ​ມັນ - ảnh 2ຫຼາຍກິດຈະກຳແຂ່ງຂັນ  ໄດ້ຈັດຂຶ້ນຢູ່ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ເພື່ອສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ (ພາບ: VOV)

        ຢູ່ລາວ, ໂຮງຮຽນສອງພາສາ ລາວ - ຫວຽດນາມ ຫງວຽນຢູ ຕັ້ງຢູ່ນະຄອນຫຼວງ ວຽງຈັນ ກໍຈັດພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ເຊັ່ນດຽວກັນ. ກ່ອນໜ້ານັ້ນ, ໂຮງຮຽນດັ່ງກ່າວກໍໄດ້ຈັດຫຼາຍກິດຈະກຳແຂ່ງຂັນ ເພື່ອໃຫ້ພວກນ້ອງນັກຮຽນມີໂອກາດຊອກຮູ້ກ່ຽວກັບຊີວະປະຫວັດ ແລະ ໄລຍະເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ.

        ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນ ກໍໄດ້ຈັດພິທີສະເຫຼີມສະຫຼອງວັນເກີດຂອງປະທານໂຮ່ຈີມິນ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ