ຈັດພິທີໄຫວ້ອາໄລທ່ານ ຫວູຄວານ ຢ່າງສົມກຽດ ຕາມພິທີລະດັບຊາດ

(VOVWORLD) - ເຂົ້າຮ່ວມພິທີໄຫວ້ອາໄລ, ມີບັນດາການນຳພັກ, ລັດ, ສະພາແຫ່ງຊາດ, ບັນດາອະດີດການນຳ, ຄະນະຜູ້ແທນບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ
ຈັດພິທີໄຫວ້ອາໄລທ່ານ ຫວູຄວານ ຢ່າງສົມກຽດ ຕາມພິທີລະດັບຊາດ - ảnh 1(ການນຳພັກ, ລັດ, ສະພາແຫ່ງຊາດ, ບັນດາອະດີດການນຳເຂົ້າຮ່ວມພິທີໄຫວ້ອາໄລ)

        ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ຫໍຈັດພິທີງານສົບແຫ່ງຊາດເລກທີ 5, ຖະໜົນ ເຈິ່ນແທງຕົງ, ຮ່າໂນ້ຍ, ໄດ້ຈັດພິທີໄຫວ້ອາໄລທ່ານ ຫວູຄວານ, ອະດີດຮອງນາຍົກລັດຖະມົນຕີ ຢ່າງສົມກຽດ ຕາມພິທີລະດັບຊາດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈງ ໄດ້ສົ່ງພວງມາລາໄຫວ້ອາໄລ.

        ເຂົ້າຮ່ວມພິທີໄຫວ້ອາໄລ, ມີບັນດາການນຳພັກ, ລັດ, ສະພາແຫ່ງຊາດ, ບັນດາອະດີດການນຳ, ຄະນະຜູ້ແທນບັນດາກະຊວງ, ຂະແໜງການສູນກາງ ແລະ ທ້ອງຖິ່ນ; ຄະນະນັກທູຕານຸທູດ, ເພື່ອນມິດສາກົນ. ຫຼາຍຄົນໄດ້ສະແດງຄວາມສະເທືອນໃຈຕໍ່ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານ ຫວູຄວານ ຕໍ່ພາລະກິດພັດທະນາຂອງ ຫວຽດນາມ.

“ການປະກອບສ່ວນໃຫຍ່ທີ່ສຸດຂອງທ່ານ ຫວູຄວານ ອາດເວົ້າເຖິງຂົງເຂດເປີດປະຕູ, ເຊື່ອມໂຍງເຂົ້າກັບສາກົນ. ຍ້ອນໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ການຫັນປ່ຽນ ທ່ານ ໄດ້ຮັບໜ້າທີ່ນຳ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ, ເອເປັກ, ອາແຊມ ແລະ ໂດຍສະເພາະແມ່ນເຂົ້າເປັນສະມາຊິກຂອງ WTO, ປັບປຸງການພົວພັນກັບຫຼາຍປະເທດ, ໃນນັ້ນມີການລົງນາມບັນດາສັນຍາການຄ້າກັບ ອາເມລິກາ ແລະ ຫຼາຍປະເທດ.

“ການປະກອບສ່ວນຂອງທ່ານ ຫວູຄວານ ທີ່ມີຕໍ່ລັດ ຫວຽດນາມ, ຊາດ ຫວຽດນາມ ແມ່ນໃຫຍ່ຫຼວງທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ