ຈຸດພົ້ນເດັ່ນໃນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19 ຂອງ ຫວຽດນາມ

(VOVWORLD) -ໜັງສືພິມ The Star ຂອງ ມາເລເຊຍ ໄດ້ຮັບຮູ້ການຈະເລີນເຕີບໂຕໃນການສົ່ງອອກສິນໃນນ້ຳຂອງ ຫວຽດນາມ. ບົດຂຽນໃຫ້ຮູ້ວ່າ ມູນຄ່າການສົ່ງອອກສິນໃນນ້ຳໃນເດືອນ ເມສາ ຜ່ານມາບັນລຸ 1,05 ຕື້ USD
ຈຸດພົ້ນເດັ່ນໃນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19 ຂອງ ຫວຽດນາມ - ảnh 1(ພາບປະກອບ: TTXVN)

ໃນອາທິດຜ່ານມາ, ສື່ມວນຊົນສາກົນໄດ້ລົງພິມຫຼາຍບົດຂຽນໂດຍຕີລາຄາສູງຕໍ່ການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 ຂອງເສດຖະກິດ ຫວຽດນາມ ໃນຫຼາຍຂົງເຂດຫຼັກແຫຼ່ງ.

        ໜັງສືພິມ The Star ຂອງ ມາເລເຊຍ ໄດ້ຮັບຮູ້ການຈະເລີນເຕີບໂຕໃນການສົ່ງອອກສິນໃນນ້ຳຂອງ ຫວຽດນາມ. ບົດຂຽນໃຫ້ຮູ້ວ່າ ມູນຄ່າການສົ່ງອອກສິນໃນນ້ຳໃນເດືອນ ເມສາ ຜ່ານມາບັນລຸ 1,05 ຕື້ USD, ນຳມູນຄ່າການສົ່ງອອກສິນໃນນ້ຳໃນໄລຍະ 4 ເດືອນຕົ້ນປີ 2022 ຂຶ້ນເປັນ 3,57 ຕື້ USD, ເພີ່ມຂຶ້ນເກືອບ 44% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ປະຈຸບັນ, ອາເມລິກາ, ຍີ່ປຸ່ນ ແລະ ຈີນ ແມ່ນ 3 ຕະຫຼາດນຳເຂົ້າສິນໃນນ້ຳແຖວໜ້າຂອງ ຫວຽດນາມ.

        ສ່ວນໜັງສືພິມ Nikkei Asia ຂອງ ຍີ່ປຸ່ນ ຕີລາຄາສູງຕໍ່ການຟື້ນຟູການຂົນສົ່ງທາງການບິນຂອງ ຫວຽດນາມ ພາຍຫຼັງໂລກລະບາດໂຄວິດ-19. ບົດຂຽນໄດ້ຄາດຄະເນວ່າ ປະລິມານສິນຄ້າສົ່ງຜ່ານທາງການບິນໃນປີ 2022 ຂອງ ຫວຽດນາມ ຈະເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021, ຂຶ້ນກວ່າ 1,52 ໂຕນ, ໝາຍຄວາມວ່າ ເພີ່ມຂຶ້ນໄວກວ່າລະດັບສະເລ່ຍເພີ່ມຂຶ້ນໃນແຕ່ລະປີແມ່ນ 15% ໃນຮອບເວລາ 30 ປີຜ່ານມາ.

        ກ່ຽວກັບຂະແໜງການບໍລິການການເງິນ, ເວັບໄຊເຕັກໂນໂລຊີ TechwireAsia ໃຫ້ຂໍ້ສັງເກດວ່າ, ປະຈຸບັນ ຂົງເຂດ Fintech ຢູ່ ຫວຽດນາມ ພວມມີລະດັບເຕີບໂຕໄວທີ 2 ຢູ່ ອາຊີຕາເວັນອອກສ່ຽງໃຕ້, ພຽງແຕ່ຕາມຫຼັງ ສິງກະໂປ ເທົ່ານັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ