ຈຸດພິເສດສະເພາະຂອງງານບຸນລະດູຮ້ອນເອີລົບຢູ່ຮ່າໂນ້ຍ

(VOVWORLD) -ງານບຸນລະດູຮ້ອນເອີລົບ ຖືກດຳເນີນໃນລະຫວ່າງວັນທີ 20 – 21 ເມສາ, ຢູ່ຖະໜົນຍ່າງອ້ອມໜອງຮ່ວານກ໊ຽມ, ຮ່າໂນ້ຍ

ຈຸດພິເສດສະເພາະຂອງງານບຸນລະດູຮ້ອນເອີລົບຢູ່ຮ່າໂນ້ຍ - ảnh 1 ງານບຸນລະດູຮ້ອນເອີລົບຢູ່ຮ່າໂນ້ຍ

(ພາບ: hanoi.gov.vn)

ດ້ວຍການເຄື່ອນໄຫວທີ່ເປັນເອກະລັກສະເພາະຫຼາຍຢ່າງ, ໂດຍມີການເຂົ້າຮ່ວມສະແດງຂອງບັນດານັກສິລະປິນທີ່ມາຈາກເຢຍລະມັນ, ຝລັ່ງ ແລະ ຫວຽດນາມ.

        ການສະແດງດົນຕີຂອງວົງດົນຕີ Jazz ໜຸ່ມ Landes Jugend Jazz Orchester (JJO) ມາຈາກລັດ Baden Wurttemberg, ປະເທດເຢຍລະມັນ ແມ່ນຈຸດເໜັ້ນໜັກຂອງງານບຸນລະດູຮ້ອນເອີລົບ ຢູ່ຮ່າໂນ້ຍ ໃນປີນີ້. ນອກນັ້ນຍັງມີການຟ້ອນແບບປະຍຸກໂດຍບັນດານັກສິລະປິນຝລັ່ງ ສະແດງ, ເຕັ້ນລຳທັນສະໄໝໂດຍບັນດາເດັກເຍົາວະຊົນທີ່ມາຈາກ Sol Art ສະແດງ… ນອກນັ້ນ, ໃນງານບຸນຄັ້ງນີ້ຍັງແນະນຳວາດຟ້ອນ ຕັ໊ກສິ່ງ ທີ່ເປັນເອກະລັກສະເພາະຂອງບັນດາຊົນເຜົ່າ ຊ໊ານໄຈ, ແຂວງທ໊າຍງວຽນ; ລາຍການສະແດງດົນຕີຂອງວົງດົນຕີ jazz Glory ຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ