ຈຸດວັດທະນະທໍາດື່ມກາເຟຫວຽດນາມ ຢູ່ ອີຕາລີ

(VOVWORLD) -ນີ້ຈະແມ່ນເຫດການຂອງວົງຄະນະຍາດຊາວຫວຽດນາມ ອາໄສ ຢູ່ ອີຕາລີ ແລະ ບັນດາເພື່ອນຜູ້ຊົມຊອບຫວຽດນາມ ຢູ່ພາກເໜືອອີຕາລີ ດ້ວຍຈຸດວັດທະນະທໍາເຂດຊົນຮ້ອນ, ສິລະປະການກິນດື່ມ...
ຈຸດວັດທະນະທໍາດື່ມກາເຟຫວຽດນາມ ຢູ່ ອີຕາລີ - ảnh 1ທ່ານນາງ ປອ. Sandra Scagliotti, ຫົວໜ້າກົງສູນກິຕິມະສັກຫວຽດນາມ ປະຈໍາ ຕູຣີນ (ຜູ້ຢູ່ໃຈກາງ) (ພາບ:   TTXVN)

 ຈຸດວັດທະນະທໍາທີ່ເຂັ້ມຂົ້ນໄປດ້ວຍສີສັນຫວຽດນາມ ຈະປະກົດມີຢູ່ບໍລິເວນສໍານັກງານກົງສູນກິຕິມະສັກຫວຽດນາມ ທີ່ນະຄອນ ຕູຣີນ ໃນອະນາຄົດ ອັນໃກ້ໆນີ້. ນີ້ແມ່ນຄໍາແບ່ງປັນ ຂອງທ່ານນາງ ປອ. Sandra Scagliotti, ຫົວໜ້າກົງສູນກິຕິມະສັກຫວຽດນາມ ປະຈໍາ ຕູຣີນ ທາງພາກເໜືອ ອີຕາລີ ເນື່ອງໃນໂອກາດການພົບປະສັງສັນໃນບຸນເຕັດປີກຸນ 2019. ນີ້ຈະແມ່ນເຫດການຂອງວົງຄະນະຍາດຊາວຫວຽດນາມ ອາໄສ ຢູ່ ອີຕາລີ ແລະ ບັນດາເພື່ອນຜູ້ຊົມຊອບຫວຽດນາມ ຢູ່ພາກເໜືອອີຕາລີ ດ້ວຍຈຸດວັດທະນະທໍາເຂດຊົນຮ້ອນ, ສິລະປະການກິນດື່ມ, ດົນຕີ ແລະ ບັນດາເຫດການທີ່ພົ້ນເດັ່ນຈະຖືກແນະນໍາເພື່ອໃຫ້ຜູ້ຄົນທັງຫຼາຍຮັບຊາບກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ.


 

ຕອບກັບ

ຂ່າວ/ບົດ​ອື່ນ