ຈັດວັນບຸນວິສາຂະບູຊາ ພສ 2565-ຄສ 2021 ທາງອອນລາຍ

(VOVWORLD) -ຕອນເຊົ້າວັນທີ 26 ພືດສະພາ, ສະມາຄົມພຸດທະສາສະໜາຫວຽດນາມໄດ້ຈັດວັນບຸນວິສາຂະບູຊາ ພສ 2565-ຄສ 2021 ດ້ວຍຂອບຂະໜາດຖືກຈຳກັດ, ແຕ່ກໍຍັງຄົງຮັບປະກັນຄວາມສົມກຽດ, ມີຄົບທຸກພິທີກຳທາງສາສະໜາ
        ຈັດວັນບຸນວິສາຂະບູຊາ ພສ 2565-ຄສ 2021 ທາງອອນລາຍ - ảnh 1ວັນບຸນວິສາຂະບູຊາ ພສ 2565 ດ້ວຍຂອບຂະໜາດຖືກຈຳກັດ

     ສານຂອງສາດສະດາ, ພະອາຈານມະຫາ ມິກໂຝເຕວະ ຖືກກ່າວທີ່ວັນບຸນໄດ້ຮຽກຮ້ອງໃຫ້ທຸກໆຄົນຈົ່ງເຫັນດີເຫັນພ້ອມ, ສາມັກຄີກັນ, ຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ ແລະ ທົ່ວສັງຄົມຜ່ານຜ່າໂລກລະບາດ, ສ້າງຊີວິດເປັນປົກກະຕິ ແລະ ພັດທະນາປະເທດຊາດ.

      ສ່ວນພະອາຈານໃຫຍ່ ທິກດຶກຖ້ຽນ ກ່າວວ່າ :

       “ສະມາຄົມພຸດທະສາສະໜາຫວຽດນາມ ເປັນເຈົ້າການຍົກອອກ ໂປກແຣມ ສົງພະທາງອອນລາຍຜ່ານສື່ສັງຄົມ ພຸດທະສາສະໜາ ບູຕາ. ພວກເຮົາທັງປະຕິບັດຄວາມເຄົາລົບນັບຖືຂອງຕົນຕໍ່ພະພຸດທະເຈົ້າໃນວິສາຂະບູຊາຂອງພະອົງ, ພ້ອມກັນນັ້ນ ກໍແຜ່ບໍລິຈາກເງິນໃຫ້ແກ່ກອງທຶນປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ-19 ຂອງ ສະມາຄົມພຸດທະສາສະໜາຫວຽດນາມ  ”

     ໃນວັນດຽວກັນ, ວັນບຸນວິສາຂະບູຊາ ພສ 2565-ຄສ 2021 ກໍຖືກຈັດຂຶ້ນທາງອອນລາຍຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.

        

ຕອບກັບ

ຂ່າວ/ບົດ​ອື່ນ