ຈັດ​ວັນ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ປີ 2023

(VOVWORLD) - ວັນຫັນເປັນດີຈີຕອນແຫ່ງຊາດໄດ້ຈັດຂຶ້ນໃນວັນທີ 10 ຕຸລາຂອງທຸກປີ, ເພື່ອແນໃສ່ຍູ້ໄວຄວາມຄືບໜ້າໃນການຜັນຂະຫຍາຍບັນດາໜ້າທີ່ກ່ຽວກັບຫັນເປັນດີຈີຕອນແຫ່ງຊາດ.
ຈັດ​ວັນ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ​ປີ 2023 - ảnh 1ວັນຫັນເປັນດີຈີຕອນແຫ່ງຊາດປີນີ້ຈະໄດ້ຈັດຂຶ້ນໃນວັນທີ 10 ຕຸລາຢູ່ຮ່າໂນ້ຍ (ພາບ: vietnamplus.vn)

ວັນທີ 5 ຕຸລາ, ຫ້ອງວ່າການລັດຖະບານ ໄດ້ອອກແຈ້ງການກ່ຽວກັບຄຳເຫັນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ວ່າດ້ວຍການຈັດວັນຫັນເປັນດີຈີຕອນແຫ່ງຊາດ. ຕາມນັ້ນແລ້ວ, ວັນຫັນເປັນດີຈີຕອນແຫ່ງຊາດປີນີ້ຈະໄດ້ຈັດຂຶ້ນໃນວັນທີ 10 ຕຸລາຢູ່ຮ່າໂນ້ຍ, ດ້ວຍຫົວຂໍ້ “ຂຸດຄົ້ນຂໍ້ມູນດີຈີຕອນເພື່ອສ້າງເປັນມູນຄ່າ”.

ວັນຫັນເປັນດີຈີຕອນແຫ່ງຊາດໄດ້ຈັດຂຶ້ນໃນວັນທີ 10 ຕຸລາຂອງທຸກປີ, ເພື່ອແນໃສ່ຍູ້ໄວຄວາມຄືບໜ້າໃນການຜັນຂະຫຍາຍບັນດາໜ້າທີ່ກ່ຽວກັບຫັນເປັນດີຈີຕອນແຫ່ງຊາດ, ປະຕິບັດໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030 ຢ່າງມີປະສິດທິຜົນ, ຍົກສູງຄວາມຮັບຮູ້ຂອງປະຊາຊົນທົ່ວສັງຄົມ ກ່ຽວກັບບົດບາດ, ຄວາມໝາຍ ແລະ ຜົນປະໂຫຍດຂອງການຫັນເປັນດີຈີຕອນ. ພ້ອມທັງ, ຊຸກຍູ້ການເຂົ້າຮ່ວມຂອງທົ່ວລະບົບການເມືອງ, ການກະທຳໃນທຸກຂັ້ນຢ່າງຄົບຊຸດ ແລະ ການເຂົ້າຮ່ວມຂອງປະຊາຊົນທຸກຊັ້ນວັນນະ ເພື່ອຮັບປະກັນຜົນສຳເລັດຂອງການຫັນເປັນດີຈີຕອນ. ໃນໂອກາດນີ້, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການ, ວິສາຫະກິດໃນທົ່ວສັງຄົມ ກໍ່ໄດ້ຈັດຫຼາຍການເຄື່ອນໄຫວຕອບສະໜອງວັນຫັນເປັນດີຈີຕອນແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ