ຈັດ​ສົ່ງ​​ບ​ຸກ​ຄະ​ລາ​ກອນ​ການ​ແພດ ​ຕື່ມ​ອີກ 3000 ຄົນ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ ແລະ ບັນ​ດ​າແຂວງ​ທາງ​ພາກ​ໃຕ້

(VOVWORLD) -ຕາມບົດລາຍງານຈາກບາງແຂວງ, ນະຄອນໄດ້ສົ່ງໄປຍັງກະຊວງສາທາລະນະສຸກ ໃຫ້ຮູ້ວ່າ, ມີບຸກຄະລາກອນການແພດ ຕື່ມອີກ 750 ຄົນ ຈະໄປຍັງນະຄອນ ໂຮ່ຈີມິນ ແນະ ແຂວງບິ່ງເຢືອງ, ລອງອານ, ດົ່ງນາຍ ເພື່ອເຂົ້າຮ່ວມການປ້ອງກັນຕ້ານໂລກລະບາດ
ຈັດ​ສົ່ງ​​ບ​ຸກ​ຄະ​ລາ​ກອນ​ການ​ແພດ ​ຕື່ມ​ອີກ 3000 ຄົນ ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ນະ​ຄອນ​ໂຮ່​ຈີ​ມິນ ແລະ ບັນ​ດ​າແຂວງ​ທາງ​ພາກ​ໃຕ້ - ảnh 1ລົດໂດຍສານນັກສຶກສາການແພດໄປຍັງໂຮ່ຈີມິນ (ພາບ: TTXVN)

ໃນລະຫວ່າງວັນທີ 21 – 22 ສິງຫາ, ກະຊວງສາທາລະນະສຸກ ໄດ້ລະດົມພະນັກງານ, ນັກຊ່ຽວຊານ, ແພດໝໍ ແລະ ນັກສຶກສາ, ນັກຮຽນ ປະມານ 2.300 ຄົນ ຂຶ້ນກັບບັນດາໜ່ວຍງານຂອງກະຊວງສາທາລະນະສຸກ ທີ່ອາສາສະໝັກໄປຍັງ ນະຄອນໂຮ່ຈີມິນ ແລະ 3 ທ້ອງຖິ່ນເຂດພາກເໜືອ ເພື່ອຮັບໃຊ້ໃຫ້ແກ່ບັນດາການເຄື່ອນໄຫວເກັບເອົາຕົວຢ່າງ ວິໄຈຫາເຊື້ອ ແລະ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19.

ຕາມບົດລາຍງານຈາກບາງແຂວງ, ນະຄອນໄດ້ສົ່ງໄປຍັງກະຊວງສາທາລະນະສຸກ ໃຫ້ຮູ້ວ່າ, ມີບຸກຄະລາກອນການແພດ ຕື່ມອີກ 750 ຄົນ ຈະໄປຍັງນະຄອນ ໂຮ່ຈີມິນ ແນະ ແຂວງບິ່ງເຢືອງ, ລອງອານ, ດົ່ງນາຍ ເພື່ອເຂົ້າຮ່ວມການປ້ອງກັນຕ້ານໂລກລະບາດ ດັງນັ້ນ, ພ້ອມກັບ ພະນັກງານ, ນັກຊ່ຽວຊານ, ແພດໝໍ, ຄູອາຈານ, ນັກສຶກສາພະແນກແພດສາດ 14.543 ຄົນ ໄດ້ໄປຍັງນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນທາງພາກໃຕ້ ແລ້ວ(ໄລ່ຮອດຕອນບ່າຍວັນທີ 21 ສິງຫາ), ຈະມີບຸກຄະລາກອນທາງການແພດ ຕື່ມອີກ 3000 ຄົນ ໄປຍັງນະຄອນໂຮ່ຈີມິນ ແລະ ບັນດາແຂວງ ບິ່ງເຢືອງ, ລອງອານ, ດົ່ງນາຍ ໃນຕົ້ນອາທິດນີ້ ເພື່ອຮ່ວມເດີນທາງໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ