ຈັດ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ 700 ຄົນ ຈາກ​ ລັດ​ເຊຍ, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ກັບ​ຄືນ​ປະ​ເທດ​ຢ່າງ​ປອດ​ໄພ

(VOVWORLD) - ພາຍຫຼັງເຮືອບິນລົງຈອດ, ຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
ຈັດ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ 700 ຄົນ ຈາກ​ ລັດ​ເຊຍ, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ກັບ​ຄືນ​ປະ​ເທດ​ຢ່າງ​ປອດ​ໄພ - ảnh 1ພາບປະກອບ: dangcongsan.vn 

ວັນທີ 30 ຕຸລາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງ ຫວຽດນາມໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງປະເທດປະຈຳຖິ່ນ ຈັດສົ່ງພົນລະເມືອງ ຫວຽດນາມ 350 ຄົນ ຈາກ ລັດເຊຍກັບຄືນປະເທດຢ່າງປອດໄພ. ເຮືອບິນໄດ້ລົງຈອດຢູ່ສະໜາມບິນສາກົນ ເວິນໂດ່ນ (ແຂວງກ໋ວາງນິງ).

ໃນວັນດຽວກັນ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອາເມລິກາ ແລະ ຍີ່ປຸ່ນ ກໍ່ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງ ປະເທດປະຈຳຖິ່ນ ຈັດສົ່ງຜົນລະເມືອງ ຫວຽດນາມ 350 ຄົນ ຈາກ ສອງປະເທດັ່ງກ່າວກັບຄືນປະເທດຢ່າງປອດໄພ. ເຮືອບິນໄດ້ລົງຈອດຢູ່ສະໜາມບິນສາກົນ ກາມແຣງ (ແຂວງແຄ໊ງຮ່ວາ).

ຕອບກັບ

ຂ່າວ/ບົດ​ອື່ນ